ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ການາດາ ຢ່າງແຂງແຮງ
ກປ.ອອນໄລ - ຕອນບ່າຍວັນທີ 12 ກຸມພາ, ທ່ານ ເລຮວ່າຍຈູງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າສາກົນການາດາ ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈູງ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນທີ່ສຸດ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບ ການາດາ ຢ່າງແຂງແຮງ.
ສ່ວນທ່ານລັດຖະມົນຕີ Maninder Sidhu ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ຕີລາຄາສູງການນໍາຂັ້ນສູງສອງປະເທດ ພົບປະຢ່າງເປັນປະຈໍາ, ແລກປ່ຽນຄວາມເຫັນ ແລະສອງຝ່າຍສົມທົບກັນຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ແລະຂໍ້ຕົກລົງຫຼາຍຝ່າຍ, ໂດຍສະເພາະແມ່ນໝູນໃຊ້ທ່າໄດ້ປຽບເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າປາຊີຟິກ ໃນປີ 2026 ເມື່ອຫວຽດນາມ ເປັນປະທານໝູນວຽນ, ຈະສ້າງແຮງຂັບເຄື່ອນໃໝ່ ຍົກສູງການຮ່ວມມືລະຫວ່າງ ການາດາ ແລະຫວຽດນາມ ຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ.
    |
 |
|
ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ແລະທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າສາກົນການາດາ. ພາບ: baoquocte.vn |
ສອງລັດຖະມົນຕີ ໄດ້ແລກປ່ຽນຢ່າງເລິກເຊິ່ງ ແລະເຫັນດີເປັນເອກະພາບກ່ຽວກັບມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ການາດາ-ຫວຽດນາມ; ຢືນຢັນວ່າຈະສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ ຄື; ການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໜູນຊ່ວຍການພັດທະນາຢ່າງເປັນທາງການ, ການທ່ອງທ່ຽວ ແລະພົບປະແລກປ່ຽນປະຊາຊົນ; ເປີດກວ້າງການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່ ຄື: ຕ່ອງໂສ້ການສະໜອງ, ປັນຍາປະດິດ (AI), ເຄິ່ງຊັກນໍາໄຟຟ້າ, ການຫັນປ່ຽນພະລັງງານສະອາດ ແລະພັດທະນາພະລັງງານທົດແທນ, ພັດທະນາກະສິກໍາສີຂຽວ, ປົກປັກຮັກສາສິ່ງແວດລ້ອມ ແລະການປ່ຽນແປງຂອງດິນຟ້າອາກາດ; ພ້ອມທັງເຫັນດີເປັນເອກະພາບສົມທົບກັນ ແລະໜູນຊ່ວຍກັນໃນວິວັດການ ຫວຽດນາມ ກະກຽມເປັນເຈົ້າພາບຈັດຕັ້ງປີ APEC 2027, ເພີ່ມທະວີການພົວພັນການາດາ ກັບອາຊຽນ.
ໂດຍ: ໄຊນີດາ