ກ່າວຄຳເຫັນກັບອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງດັກລັກ, ທ່ານ ໂຕເລິມ ຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2025, ເຊິ່ງສະແດງໃຫ້ເຫັນຄຸນທາດ, ຄວາມມານະພະຍາຍາມ ແລະຄວາມຮັບຜິດຊອບຢ່າງສູງຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງດັກລັກ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ແຜ່ນດິນທີ່ມີມູນເຊື້ອປະຕິວັດ, ປະຊາຄົມບັນດາເຜົ່າສາມັກຄີ, ດັກລັກ ກ້າວເຂົ້າສູ່ປີ 2026 ດ້ວຍຄວາມຕັດສິນໃຈຢ່າງສູງ.

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ແຂວງ ໃນໄລຍະຈະມາເຖິງ ພັດທະນາຢ່າງແຮງທັງດ້ານຈຳນວນ ແລະຄຸນນະພາບ, ສ້າງການຫັນປ່ຽນຢ່າງແທດຈິງ, ຊັດເຈນ; ຫັນແຜນນະໂຍບາຍ, ການນຳນົດທິດຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ກາຍເປັນພຶດຕິກໍາຕົວຈິງ, ບັນລຸໝາກຜົນລະອຽດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ, ອວຍພອນບຸນປີໃໝ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ອີອາ ຮແລວ, ແຂວງດັກລັກ. ພາບ: qdnd.vn

ແຂວງສຸມໃສ່ພັດທະນາຊັບພະຍາກອນມະນຸດ, ຖືນີ້ແມ່ນພື້ນຖານອັນຍາວນານ ແລະກຳລັງໜູນຕັດສິນຂອງການພັດທະນາໃນໄລຍະໃໝ່. ການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການລົງທຶນໃຫ້ແກ່ການສຶກສາ, ຍົກສູງທັກສະການອອກແຮງງານ, ພິເສດແມ່ນໃຫ້ແກ່ຊາວໜຸ່ມ, ປະຊາຊົນຊາວເຜົ່າສ່ວນໜ້ອຍ ແລະເຂດຊົນນະບົດ, ຮັບປະກັນການພັດທະນາຍືນຍົງ. ພ້ອມກັນນັ້ນ, ແຂວງຕ້ອງຕັ້ງວິທະຍາສາດ ແລະເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະນະວັດຕະກຳ ເຂົ້າໃນຍຸດທະສາດພັດທະນາຊັບພະຍາກອນມະນຸດ. ການບຳລຸງສ້າງຕ້ອງໃກ້ຊິດກັບຄວາມຕ້ອງການຕົວຈິງຂອງບັນດາຂະແໜງ, ຄື: ອຸດສາຫະກຳປຸງແຕ່ງ, ພະລັງງານທົດແທນ, ໂລຈິດສະຕິກ, ການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະເສດຖະກິດດີຈີຕອນ; ຈິນຕະນາການປ່ຽນແປງໃໝ່ ແລະແກ້ໄຂສະພາບການຂາດແຮງງານຄຸນນະພາບສູງຢູ່ໃນບໍລິເວນແຂວງ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະ ໄດ້ມອບຂອງຂວັນໃຫ້ແກ່ບັນດາສະຫາຍອະດີດເລຂາພັກແຂວງດັກລັກ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານຜູ້ດີເດັ່ນ ແລະບັນດາຄອບຄົວຖືກຜົນເສຍຫາຍຈາກພາຍຸນ້ຳຖ້ວມທີ່ເກີດຂຶ້ນໃນໄລຍະຜ່ານມາ. ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ທ່ານ ອີ ລ້ວຽນ ເນຍ ກດຳ ອະດີດເລຂາພັກແຂວງດັກລັກ.

ໂດຍ: ແສງເດືອນ