leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະໂອ້ລົມ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 ເຊິ່ງສະແດງໃຫ້ເຫັນການເອົາໃຈໃສ່ຢ່າງເລິກເຊິ່ງຂອງການນໍາພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ທີ່ມີຕໍ່ບັນດາສະຫາຍນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ; ເຊີດຊູ ແລະຕອບບຸນແທນຄຸນບັນດາການປະກອບສ່ວນອັນໃຫຍ່ຫຼວງຕໍ່ກັບພະນັກງານລຸ້ນກ່ອນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ກ່າວຄໍາເຫັນທີ່ການພົບປະ, ຕາງໜ້າການນໍາພັກ, ລັດ, ຄະນະພັກການທະຫານສູນກາງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມສະເທືອນໃຈ ແລະປິຕິຊົມຊື່ນທີ່ໄດ້ພົບປະໂອ້ລົມກັບບັນດາສະຫາຍຜູ້ແທນນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ. ທ່ານ ເລຂາທິການໃຫຍ່ ໄດ້ແຈ້ງໃຫ້ບັນດາຜູ້ແທນນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ ຮັບຊາບບາງບັນຫາພື້ນຖານກ່ຽວກັບສະພານການໂລກ, ພາກພື້ນ; ເນື້ອໃນທີ່ກ່ຽວຂ້ອງເຖິງການກໍ່ສ້າງພັກ ແລະກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ; ກໍ່ສ້າງກອງທັບປະຊາຊົນ ປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ; ກ່ຽວກັບບົດບາດຂອງນັກຮົບເກົ່າ ໃນໄລຍະການປະຕິວັດໃໝ່. 

ໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສົ່ງຄໍາອວຍພອນອັນປະເສີດ, ອາລົມຈິດສະໜິດໜົມໃນໂອກາດບຸນປີໃໝ່ ມາຍັງບັນດາສະຫາຍນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບເອົາ ແລະຊາບຊຶມຢ່າງເລິກເຊິ່ງບັນດາຄໍາເຫັນຊີ້ນໍາຂອງສະຫາຍເລຂາທິການໃຫຍ່ ເພື່ອຫັນເປັນລະອຽດ ເຂົ້າໃນລາຍການ, ແຜນການປະຕິບັດງານ ແລະຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດບັນດາມາດຕະການ ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຈະມາເຖິງເປັນຢ່າງດີ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບັນດາສະຫາຍນາຍ ແລະພົນທະຫານ ກອງທັບ ໃນແຕ່ລະໄລຍະ ຂອບໃຈຕໍ່ການເອົາໃຈໃສ່ອັນເລິກເຊິ່ງ, ອາລົມຈິດພິເສດ ເຊິ່ງ ພັກ, ລັດ ແລະສະຫາຍເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໄດ້ສະຫງວນໃຫ້ແກ່ກອງທັບ ເວົ້າລວມເວົ້າສະເພາະແມ່ນນາຍ ແລະພົນທະຫານພັກການ, ຮັບເບ້ຍບໍານານຮຸ່ນຕ່າງໆ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮັກສາ ແລະເພີ່ມທະວີການນໍາພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບ, ສຸມໃສ່ກໍ່ສ້າງກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ, ທັນສະໄໝ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII ຢ່າງມີໄຊ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງພັກ, ລັດ ແລະປະຊາຊົນ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ບັນດາຜູ້ແທນນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ. ພາບ: qdnd.vn
leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະບັນດາຜູ້ແທນນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ. ພາບ: qdnd.vn

ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເມຍ 2026, ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ມອບຂອງຂວັນໃຫ້ບັນດາຜູ້ແທນນາຍ ແລະພົນທະຫານກອງທັບ ພັກການ, ຮັບເບ້ຍບໍານານ.

ໂດຍ: ໄຊຊະນະ