ຢ້ຽມຢາມສະຖານທູດຫວຽດນາມ ແລະຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ແມ່ນໜຶ່ງໃນບັນດາການເຄື່ອນໄຫວທຳອິດຂອງກຸ່ມ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີຂອງບັນດາກຳລັງການເມືອງ ເວເນຊູເອລາ ຕໍ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງຫວຽດນາມ. ແບ່ງປັນຄວາມປະທັບໃຈໃນການຢ້ຽມຢາມຫວຽດນາມ ຫຼາຍຄັ້ງ, ຫວ່າງມໍ່ໆມານີ້, ໃນເດືອນ ກັນຍາ 2025, ທ່ານ Saúl Ortega ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

leftcenterrightdel
ທ່ານ ຫວູຈູງໝີ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ຖ່າຍຮູບລວມກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເວເນຊູເອລາ-ຫວຽດນາມ. ພາບ: ສະຖານທູດຫວຽດນາມ 

ໃນຂະນະນັ້ນ, ທ່ານນາງ Yosneisy Paredes ສະມາຊິກລັດຖະສະພາຍິງ ໃຫ້ຮູ້ວ່າ ດ້ວຍບົດຮຽນເຄີຍດຳລົງຕຳແໜ່ງວຽກງານຊາວໜຸ່ມສາກົນ, ທ່ານນາງຢືນຢັນຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຮອບດ້ານລະຫວ່າງ ເວເນຊູເອລາ-ຫວຽດນາມ, ກໍ່ຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ແຈ້ງໃຫ້ຊາບກ່ຽວກັບຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານ ຫວູຈູງໝີ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ຍົກອອກລັດຖະນະໂຍບາຍສຳຄັນ, ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ, ດ້ວຍເປົ້າໝາຍຮອດປີ 2030 ກາຍເປັນປະເທດກໍາລັງພັດທະນາມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ເວເນຊູເອລາ ແລະການຮ່ວມມືລະຫວ່າງສອງພັກກຳອຳນາດ, ສະພາແຫ່ງຊາດສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ ແລະຍົກສູງທີ່ຕັ້ງສາກົນຂອງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ