leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Michael DeSombre ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ, ພ້ອມແລ້ວທີ່ຈະເພີ່ມທະວີໃນຂົງເຂດຕ່າງໆຢ່າງເລິກເຊິ່ງກວ້າງຂວາງ. ແບ່ງປັນຜົນສໍາເລັດອັນດີງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ແມ່ນຂີດໝາຍເປີດອອກໄລຍະພັດທະນາໃໝ່ຂອງຫວຽດນາມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງສະເໝີຕົ້ນສະເໝີປາຍກ່ຽວກັບການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ກະກຽມປະກອບສ່ວນຢ່າງຕັ້ງໜ້າໃຫ້ບັນດາບັນຫາພາກພື້ນ ແລະສາກົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Michael DeSombre ໄດ້ແບ່ງປັນວ່າ ທ່ານ Donald Trump ປະທານາທິບໍດີ ນັບຖືຢ່າງສູງ ແລະຕີລາຄາສູງເລື່ອງທ່ານ ໂຕເລິມ ເລຂາທິການໃຫຍ່ ຮັບຄໍາເຊີນເຂົ້າຮ່ວມຂໍ້ລິເລີ່ມ ສະພາສັນຕິພາບຢູ່ກາຊາ. ທ່ານ Michael DeSombre ຢືນຢັນວ່າ ອາເມລິກາ ຖືເປັນສໍາຄັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ສະໜັບສະໜູນຫວຽດນາມ ມີຄວາມເຂັ້ມແຂງ, ເອກະລາດ ແລະວັດທະນາຖາວອນ; ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ຢູ່ລະດັບຍຸດທະສາດທັງການພົວພັນສອງຝ່າຍ ແລະບັນດາບັນຫາສາກົນ ແລະພາກພື້ນ. ທ່ານ Michael DeSombre ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ-ອາເມລິກາ ໃຫ້ພັດທະນາຢ່າງມີເນື້ອແທ້ໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ