ນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ສິງກະໂປ
ກປ.ອອນໄລ - ຕອນບ່າຍວັນທີ 10 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ ແນໃສ່ສືບຕໍ່ຊຸກຍູ້ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ ໃຫ້ເລິກເຊິ່ງກວ່າ.
ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີສືບຕໍ່ໃຫ້ບຸລິມະສິດເປີດກວ້າງ ແລະຍົກລະດັບເຄືອຂ່າຍບັນດາເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ເປັນລຸ້ນທີ 2; ສູ້ຊົນໃຫ້ບັນລຸ 30 VSIP ໃນປີ 2026. ພ້ອມທັງສະເໜີ ສິງກະໂປ ສືບຕໍ່ເພີ່ມທະວີການນໍາເຂົ້າປະເພດສິນຄ້າຜະລິດຕະພັນກະເສດ; ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານການຄ້າເຂົ້າສານຢ່າງມີປະສິດທິຜົນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ສອງປະເທດກໍ່ຄວນຮ່ວມມືຢ່າງແໜ້ນແຟ້ນໃນການກໍ່ສ້າງ ແລະພັດທະນາສູນການເງິນສາກົນ; ສົ່ງເສີມທະນາຄານ, ກອງທຶນລົງທຶນ ແລະວິສາຫະກິດເຕັກໂນໂລຢີການເງິນຂອງສິງກະໂປ ເປີດກວ້າງການລົງທຶນ ແລະການເຄື່ອນໄຫວຍາວນານຢູ່ຫວຽດນາມ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໂອ້ລົມທາງໂທລະສັບກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ. ພາບ: baochinhphu.vn |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີສອງຝ່າຍຜັນຂະຫຍາຍວຽກງານສຳຫຼວດໂຄງການໄຟຟ້າໃຊ້ພະລັງແຮງລົມຢູ່ນອກຝັ່ງທະເລຫວຽດນາມ ເພື່ອສົ່ງອອກໄຟຟ້າໄປຍັງ ສິງກະໂປ ຢ່າງຮີບດ່ວນ; ຍູ້ແຮງການຮ່ວມມືໃນຂົງເຂດແລກປ່ຽນສິນເຊື່ອກາກບອນ; ຫວັງວ່າ ສິງກະໂປ ຈະຄົ້ນຄວ້າ ແລະເປີດສາຍການບິນໂດຍກົງຈາກສິງກະໂປ ໄປຍັງນະຄອນໃຫຍ່ຂອງຫວຽດນາມ ຕື່ມອີກ, ຊຸກຍູ້ການທ່ອງທ່ຽວ.
ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ເຫັນດີເປັນເອກະພາບຕັ້ງໜ້າການຮ່ວມມືດ້ານພະລັງງານສະອາດ, ຂົງເຂດການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມທັງຢືນຢັນຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມມະຫາວິທະຍາໄລສິງກະໂປ ໃຫ້ທຶນການສຶກສາ.
ສອງຝ່າຍໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍປະສິດທິຜົນໃນປີ 2027 ເມື່ອຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC ແລະສິງກະໂປ ດໍາລົງບົດບາດເປັນປະທານອາຊຽນ.
ໂດຍ: ເຈິ່ນຮວ່ຽນ