ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ໃກ້ຊິດຕິດແທດກັບຈິດໃຈຕະຫຼອດ ແລະແມ່ນເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ນ້ັນແມ່ນ: ສືບຕໍ່ຢຶດໝັ້ນຕໍ່ກັບແນວທາງການພົວພົນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບບັນດາປະເທດໃນໂລກ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບກັບປະຊາຄົມສາກົນ ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ; ພ້ອມທັງໄດ້ກໍານົດການພົວພັນຕ່າງປະເທດ ແມ່ນໜ້າທີ່ສໍາຄັນ, ເປັນປະຈໍາ.

leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ເປັນປະທານງານລ້ຽງຄະນະການທູດ ຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮ່ວມເດີນທາງ ແລະການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນມິດສາກົນເພື່ອພ້ອມກັນຫັນວິໄສທັດ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ “ຫວຽດນາມ ພັດທະນາແບບຍືນຍົງ-ອາຊຽນ ສະໜິດຕິດພັນໃກ້ກັນ-ອາຊີ ວັດທະນາຖາວອນຮ່ວມສໍາພັນ-ໂລກສັນຕິພາບຢູ່ເຢັນເປັນສຸກ-ມວນມະນຸດສະເໝີພາບ ກ້າວຂື້ນໄປ” ໃຫ້ປະກົດຜົນເປັນຈິງ.

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການສາກົນ ປະຈໍາ ຫວຽດນາມ ເສີມຂະຫຍາຍ ບົດບາດເປັນຂົວເຊື່ອມຕໍ່ພິເສດຂອງຕົນໃຫ້ມີປະສິດທິຜົນ, ນໍາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາປະເທດ, ບັນດາອົງການຈັດຕ້ັງສາກົນກັບຫວຽດນາມ ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ, ເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນ; ສະເໜີບັນດາ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈໍາຫວຽດນາມ ຮ່ວມແຮງຮ່ວມໃຈຍູ້ແຮງການປະຕິບັດເນື້ອໃນຈິດໃຈ “3 ສ້າງຕັ້ງ”, ສາມັກຄີເພື່ອສ້າງກໍາລັງແຮງ; ຮ່ວມມືເພື່ອສ້າງແຫຼ່ງກໍາລັງ; ເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ.

ໂດຍ: ໄຊນີດາ