ນັກຂ່າວ: ຂໍທ່ານແບ່ງປັນກ່ຽວກັບຈຸດພົ້ນເດັ່ນຂອງການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່?
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ນີ້ແມ່ນການຢ້ຽມຢາມຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ ໂຕເລິມ ໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIV, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຖືເປັນສໍາຄັນ ແລະການໃຫ້ບຸລິມະສິດຂອງຫວຽດນາມ ໃນການພັດທະນາ ແລະເພີ່ມພູນຄູນສ້າງສາຍພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ. ການຢ້ຽມຢາມຍັງມີຄວາມໝາຍປະຫວັດສາດ ເມື່ອເຂົ້າຮ່ວມໃນຄະນະຜູ້ແທນຂັ້ນສູງມີທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍການນຳຂັ້ນສູງຂອງພັກ ແລະລັດຫຼາຍທ່ານ. ນີ້ແມ່ນສານການເມືອງທີ່ແຂງແຮງ, ສະແດງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈພິເສດ ເພື່ອການພັດທະນາວັດທະນາຖາວອນຂອງຫວຽດນາມ, ລາວ, ກຳປູເຈຍ, ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະການພັດທະນາລວມໃນພາກພື້ນ ກໍຄື ໃນໂລກ.
ນັກຂ່າວ: ສະເໜີທ່ານລັດຖະມົນຕີ ໃຫ້ຮູ້ໝາກຜົນລະອຽດທີ່ບັນລຸໄດ້ໃນການຢ້ຽມຢາມລາວ ກໍຄືການຜັນຂະຫຍາຍໝາກຜົນດັ່ງກ່າວ?
ທ່ານ ເລຮ່ວາຍຈູງ ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດລາວ ຂອງທ່ານ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຮັບການຕີລາຄາສູງກ່ຽວກັບຄວາມໝາຍດ້ານການເມືອງອັນເລິກເຊິ່ງ ຈາກພັກ, ລັດ ແລະປະຊາຊົນລາວ, ການຢ້ຽມຢາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຖືເປັນສຳຄັນເປັນພິເສດ ແລະການໃຫ້ບຸລິມະສິດແຖວໜ້າຂອງຫວຽດນາມ ຕໍ່ກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.
ໃນການຢ້ຽມຢາມ, ທ່ານ ໂຕເລິມ ໄດ້ມີການແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ ກັບຜູ້ນຳຂັ້ນສູງສຸດຂອງພັກ ແລະລັດລາວ. ການນຳຂັ້ນສູງຂອງສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມດ້ານຍຸດທະສາດທີ່ສຳຄັນ, ເປີດແງ່ຫວັງການຮ່ວມມືໃໝ່, ແທດຈິງ ແລະມີປະສິດທິຜົນກວ່າ, ຕອບສະໜອງຄວາມຫວັງຂອງປະຊາຊົນສອງປະເທດໃນໄລຍະພັດທະນາໃໝ່ນີ້, ລະອຽດແມ່ນ:
ທີໜຶ່ງ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈທາງດ້ານການເມືອງຢ່າງແຂງແຮງໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນ ຫວຽດນາມ - ລາວ, ເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ. ການນຳຂອງຫວຽດນາມ ຢັ້ງຢືນວ່າ ຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນ, ໜູນຊ່ວຍລາວດ້ວຍຈິດໃຈຜ່ອງໃສ, ຈົ່ງຮັກພັກດີ, ສະເໝີຕົ້ນສະເໝີປາຍ, ພິເສດແມ່ນໃນສັງກາດພັດທະນາໃໝ່ຂອງສອງຊາດ.
    |
 |
|
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn |
ທີສອງ, ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ໄດ້ສ້າງຕັ້ງລະຫວ່າງສອງປະເທດເມື່ອເດືອນທັນວາ 2025 ເລິກເຊິ່ງ ແລະລະອຽດກວ່າ. ເນື່ອງໃນໂອກາດນີ້, ການນຳຂອງສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບຈາກຄວາມຮູ້ລວມຈົນຮອດການກໍານົດທິດທາງໃນການກະທໍາເພື່ອຜັນຂະຫຍາຍເນື້ອໃນຈິດໃຈ “ຫຸ້ນສ່ວນຍຸດທະສາດ” ໃຫ້ເຂົ້າສູ່ພຶດຕິກຳຈິງຢ່າງທັນທີ, ຊຸກຍູ້ສອງພັກ, ສອງລັດໃຫ້ສະໜິດຕິດພັນຢ່າງແໜ້ນແຟ້ນກວ່າກ່ຽວກັບວິໄສທັດດ້ານການເມືອງ ແລະຜົນປະໂຫຍດພັດທະນາ.
ທີສາມ, ການນຳສອງທ່ານໄດ້ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງເດັດຂາດ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນສະພາບການຂອງພາກພື້ນ ແລະສາກົນທີ່ມີການຜັນແປຢ່າງວ່ອງໄວ ແລະສັບສົນ. ສອງຝ່າຍຢືນຢັນວ່າ ຈະຮັກສາກົນໄກແລກປ່ຽນຢ່າງເປັນປະຈໍາ, ແບ່ງປັນທັດສະນະ, ປຶກສາຫາລືກ່ຽວກັບນະໂຍບາຍຢ່າງທັນການ ແລະສົມທົບກັນແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ.
ນັກຂ່າວ: ຂໍໃຫ້ທ່ານລັດຖະມົນຕີ ແບ່ງປັນກ່ຽວກັບໝາກຜົນທີ່ບັນລຸໄດ້ ໃນການຢ້ຽມຢາມກໍາປູເຈຍ ຂອງທ່ານເລຂາທິຫານໃຫຍ່?
ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ບັນລຸໄດ້ໝາກຜົນລະອຽດ, ແທດຈິງຫຼາຍຢ່າງ. ໝາກຜົນຂອງການຢ້ຽມຢາມສາມາດສະຫຼຸບໄດ້ 5 ຈຸດຕົ້ນຕໍຄື:
ທີໜຶ່ງ, ການນຳສອງທ່ານໄດ້ຢືນຢັນການຖືເປັນສຳຄັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ໃຫ້ບຸລິມະສິດແຖວໜ້າແກ່ການພົວພັນສອງຝ່າຍ ຫວຽດນາມ - ກໍາປູເຈຍ, ແບ່ງປັນຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການຮັກສາສາຍພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອທີ່ບໍ່ສາມາດຕັດແຍກອອກ ແລະໜູນຊ່ວຍພ້ອມກັນພັດທະນາທີ່ໝັ້ນຄົງໃນສະພາບການພາກພື້ນ ແລະ ສາກົນພວມມີການຜັນແປທີ່ສັບສົນ. ສອງຝ່າຍໄດ້ເຫັນດີປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງແໜ້ນແຟ້ນ, ຖືນີ້ແມ່ນປັດໄຈຫຼັກແຫຼ່ງ ແລະລຸໂລ່ງ, ສວມບົດບາດກໍານົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ.
ທີສອງ, ສອງຝ່າຍໄດ້ຢືນຢັນຄວາມຕັດສິນໃຈຍົກສູງປະສິດທິຜົນ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ. ການນຳສອງທ່ານຍັງວາງອອກຫຼາຍມາດຕະການ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດ, ຍົກວົງເງິນການຄ້າສອງສົ້ນໃຫ້ເຕີບໂຕຢ່າງແຂງແຮງ, ມຸ່ງໄປເຖິງເປົ້າໝາຍ 20 ຕື້ USD.
ທີສາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືເອົາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳໜັກແໜ້ນໃນການພົວພັນຫວຽດນາມ-ກໍາປູເຈຍ, ຕັດສິນໃຈຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ; ເພີ່ມທະວີການຮ່ວມມືລະຫວ່າງກໍາລັງປະກອບອາວຸດຂອງສອງປະເທດ, ໃນນັ້ນລວມມີການສ້າງກຳລັງຄວາມສາມາດ; ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນການຫຼອກລວງທາງອອນລາຍ, ການຄ້າຂາຍຢາເສບຕິດ.
ທີສີ່, ການນຳຂອງສອງປະເທດໄດ້ຢືນຢັນຄວາມຕັດສິນໃຈສູງທີ່ສຸດ ໃນການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງພັກ, ສອງລັດຢ່າງມີປະສິດທິຜົນ, ເພີ່ມທະວີການປຶກສາຫາລືລະຫວ່າງບັນດາຄະນະຂອງພັກ, ຖືການຜັນຂະຍາຍທີ່ແທດຈິງແມ່ນເຄື່ອງວັດແທກສຳຄັນຂອງການຕັດສິນໃຈດ້ານການເມືອງ ແລະ ລະດັບຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ.
ທີຫ້າ, ບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງທີ່ສຳຄັນຕໍ່ກັບສອງພັກ, ສອງລັດເທົ່ານັ້ນ, ຫາກຍັງມີຄວາມກົມກຽວດ້ວຍຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະຂັ້ນສູງລະຫວ່າງ 3 ພັກ ຫວຽດນາມ-ກຳປູເຈຍ-ລາວ. ຕາມນັ້ນແລ້ວ, ກອງປະຊຸມຂັ້ນສູງລະຫວ່າງ 3 ພັກ ໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນກ່ຽວກັບຈິນຕະນາການກໍານົດທິດການຮ່ວມມືໃນໄລຍະຈະມາເຖິງ, ພົ້ນເດັ່ນແມ່ນການເຫັນດີເປັນເອກະພາບສ້າງຕັ້ງ ແລະພັດທະນາການເຊື່ອມຕໍ່ລະຫວ່າງ 3 ປະເທດທາງດ້ານເສດຖະກິດ, ວິທະຍາສາດ-ເຕັກນິກ, ການຄົມມະນາຄົມ, ພະລັງງານ, ກະສິກຳ, ເຕັກໂນໂລຊີສູງ ແລະການເຊື່ອມຈອດລະຫວ່າງປະຊາຊົນ 3 ປະເທດ, ໂດຍສະເພາະແມ່ນການເຊື່ອມຕໍ່ຂອງຊາວໜຸ່ມເພື່ອໃຫ້ລຸ້ນໜຸ່ມສືບຕໍ່ຮັກສາ ແລະເສີມຂະຫຍາຍນໍ້າໃຈສາມັກຄີສະໜິດຕິດພັນ, ຄຸນຄ່າປະຫວັດສາດທີ່ບໍ່ມີການປ່ຽນແປງລະຫວ່າງ 3 ພັກ, 3 ລັດ.
ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດ ຫວຽດນາມ ຢູ່ລາວ ແລະກຳປູເຈຍ ໃນຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສະແດງໃຫ້ເຫັນການຕັດສິນໃຈດ້ານການເມືອງເປັນຢ່າງສູງຂອງການນຳພັກ ແລະລັດຫວຽດນາມ, ກໍ່ຄືການນຳຂອງລາວ ແລະກຳປູເຈຍ ໃນການນໍາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງເປົ້າໝາຍສູງທີ່ສຸດກ່ຽວກັບການພັດທະນາຂອງແຕ່ລະປະເທດໃນສະພາບການໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສາມປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະການພັດທະນາ ຢູ່ພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີຫຼາຍໆ!
ໂດຍ: ທູຈາງ