ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ປະເທດຊາດພວມກ້າວເຂົ້າສູ່ໄລຍະປະຫວັດສາດສຳຄັນ, ສັງກາດໃໝ່ ແລະກາລະໂອກາດໃໝ່. ໂດຍແມ່ນ “ດາບ”, “ໂລ່ກຳບັງ” ປົກປ້ອງລະບອບ, ປົກປ້ອງພັກ, ລັດ, ປົກປ້ອງປະຊາຊົນ, ບົດບາດ, ການປະກອບສ່ວນຂອງກຳລັງຕຳຫຼວດປະຊາຊົນ ເວົ້າລວມ ແລະກຳລັງສືບລາຊະການລັບເວົ້າສະເພາະມີຄວາມສຳຄັນ. ໜ້າທີ່ໃນສັງກາດໃໝ່ຮຽກຮ້ອງໃຫ້ກຳລັງສືບລາຊະການລັບຕຳຫຼວດປະຊາຊົນຕ້ອງມີການປ່ຽນແປງໃໝ່ຈິນຕະນາການຢ່າງແຂງແຮງ, ບຸກທະລຸໃນການຈັດຕັ້ງໜ້າທີ່ວຽກງານ ແລະສ້າງກຳລັງ, ຕ້ອງມີວິໄສທັດຍຸດທະສາດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ດ້ວຍຄຸນນະທາດ, ພູມປັນຍາ, ຄວາມມານະພະຍາຍາມ ແລະຄວາມຕັດສິນໃຈດ້ານການເມືອງສູງ, ກຳລັງສືບລາຊະການລັບຕຳຫຼວດປະຊາຊົນ ຈະສືບຕໍ່ສ້າງຜົນງານວິລະກຳຫຼາຍຢ່າງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນສັງກາດໃໝ່.

ທີ່ພິທີ, ທ່ານເລຂາທິການໃຫຍ່ ໄດ້ປະດັບຫຼຽນໄຊໂຮ່ຈີມິນ ໃຫ້ແກ່ກຳລັງສືບລາຊະການລັບປະຊາຊົນ ແລະປະດັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ບັນດາກົມກອງ, ສ່ວນບຸກຄົນດີເດັ່ນທີ່ຂຶ້ນກັບກຳລັງສືບລາຊະການລັບຕຳຫຼວດປະຊາຊົນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ