ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢືນຢັນວ່າ ຫວຽດນາມ ຢຶດໝັ້ນແນວທາງການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ໃນນັ້ນຍາມໃດກໍ່ຖືການປັບປຸງ ແລະພັດທະນາການພົວພັນກັບຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຮຽກຮ້ອງພາວະວິໄສ, ເລືອກເຟັ້ນຍຸດທະສາດ, ທຳມະຊາດ ແລະໃຫ້ບຸລິມະສິດແຖວໜ້າຂອງຫວຽດນາມ. ພ້ອມທັງ, ສະເໜີໃຫ້ສອງຝ່າຍປັບປຸງຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຜ່ານການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງສອງຝ່າຍ; ເສີມຂະຫຍາຍກົນໄກຮ່ວມມືເປັນຢ່າງດີ, ສົ່ງເສີມບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການພົບປະແລກປ່ຽນ, ການຮ່ວມມື; ຜັນຂະຫຍາຍເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ບູລະນະ, ຍົກສູງປະສິດທິພາບການເຄື່ອນໄຫວຂອງກົນໄກປະຕິບັດງານລະຫວ່າງລັດຖະບານ ໃນຂົງເຂດຈຸດສຸມ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: chinhphu.vn

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກໍ່ສະເໜີສອງຝ່າຍປະຕິບັດຄວາມຮັບຮູ້ລວມຂັ້ນສູງກ່ຽວກັບການຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ເປັນຢ່າງດີບົນພື້ນຖານເຄົາລົບບັນດາສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ຊອບທຳຂອງກັນ ກໍ່ຄືແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: chinhphu.vn

ສ່ວນທ່ານເອກອັກຄະລັດຖະທູດ He Wei ຢືນຢັນວ່າ ພັກ, ລັດ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະບຸລິມະສິດສູງໃນການຊຸກຍູ້ການພົວພັນກັບຫວຽດນາມ; ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ, ແບ່ງປັນປະສົບການ ແລະທິດສະດີກ່ຽວກັບການກໍ່ສ້າງພັກ, ການບໍລິຫານປະເທດຊາດ, ຍົກລະດັບການຮ່ວມມືໃນຂົງເຂດສຳຄັນ, ໃນນັ້ນມີການທູດ-ປ້ອງກັນປະເທດ-ຕໍາຫຼວດເປັນປະຈໍາ, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ສູງຂຶ້ນ. ສອງຝ່າຍໃກ້ຊິດຕິດແທດຄວາມຮັບຮູ້ລວມຂັ້ນສູງ, ຮ່ວມກັນຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນທາງທະເລໃຫ້ເປັນຢ່າງດີ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະອໍານວຍຄວາມສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ທ່ານເອກອັກຄະລັດຖະທູດ He Wei ຢືນຢັນວ່າ ຝ່າຍ ຈີນ ຖືເປັນສຳຄັນ ແລະພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ໃນການແກ້ໄຂບັນຫາຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືສອງຝ່າຍຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ