ເພີ່ມທະວີການລົງທຶນ, ເຊື່ອມຈອດຕະຫຼາດຫວຽດນາມ ແລະ ອຸຊະເບັກກິດສະຖານ
ກປ.ອອນໄລ - ຕອນບ່າຍວັນທີ 9 ກຸມພາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມທາງອອນໄລ ກັບທ່ານ Jamshid Khodjaev ຮອງນາຍົກລັດຖະມົນຕີອຸຊະເບັກກິດສະຖານ ເພື່ອແນໃສ່ກວດຄືນໝາກຜົນການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງໃນໄລຍະຜ່ານມາ, ແລກປ່ຽນບັນດາທິດທາງ, ມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນທຸກຂົງເຂດໃນໄລຍະຈະມາເຖິງ.
ທີ່ກອງປະຊຸມ, ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ກວດຄືນ, ຕີລາຄາການຜັນຂະຫຍາຍແຜນການກະທໍາພັດທະນາການພົວພັນ ຫວຽດນາມ - ອຸຊະເບັກກິດສະຖານ ໄລຍະ 2025-2026; ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຕັ້ງໜ້າທີ່ສອງຝ່າຍບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນພາຍຫຼັງການຢ້ຽມຢາມອຸຊະເບັກກິດສະຖານ ຢ່າງເປັນທາງການຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະການພົບປະລະຫວ່າງຮອງນາຍົກລັດຖະມົນຕີສອງທ່ານ ໃນເດືອນເມສາ 2025.
ການພົວພັນທາງການເມືອງໄດ້ພັດທະນາຢ່າງຕັ້ງໜ້າ, ການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງໄດ້ຮັບການຮັບການຍູ້ແຮງ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ອຸດສາຫະກຳ ແລະກະສິກຳ, ຄົມມະນາຄົມ-ຂົນສົ່ງ, ການທ່ອງທ່ຽວ… ລ້ວນແຕ່ບັນລຸບັນດາບາດກ້າວໜ້າທີ່ລະອຽດ.
    |
 |
|
ບັນຍາກາດທີ່ກອງປະຊຸມທາງອອນໄລ. ພາບ: chinhphu.vn |
ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນຂົງເຂດຄົມມະນາຄົມ-ຂົນສົ່ງ, ເຊື່ອມຈອດການຂົນສົ່ງຫຼາຍຮູບແບບລະຫວ່າງສອງປະເທດ, ພິເສດແມ່ນການນຳໃຊ້ເສັ້ນທາງຂົນສົ່ງ ແລະທ່າກໍາປັ່ນຂອງຫວຽດນາມ, ສ້າງເງື່ອນໄຂໃຫ້ແກ່ບໍລິສັດບິນສອງປະເທດເປີດສາຍບິນໂດຍກົງຕື່ມອີກ, ເພີ່ມຄວາມຖີ່ຖ້ຽວການບິນ, ຊຸກຍູ້ການຮ່ວມມືດ້ານການສຶກສາ - ບໍາລຸງສ້າງ, ການແລກປ່ຽນນັກສຶກສາ ແລະການພົວພັນໂດຍກົງລະຫວ່າງທ້ອງຖິ່ນຕ່າງໆ.
ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນກ່ຽວກັບແຜນການຈັດຕັ້ງຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດໃນປີ 2026, ເພື່ອແນໃສ່ສ້າງກໍາລັງໜູນເພື່ອຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ກັບອຸຊະເບັກກິດສະຖານ; ເຫັນດີເປັນເອກະພາບມອບໃຫ້ກະຊວງ, ຂະແໜງການສອງປະເທດແລກປ່ຽນຢ່າງລະອຽດ, ເຫັນດີເປັນເອກະພາບຕໍ່ບັນດາເອກະສານ, ເນື້ອໃນການຮ່ວມມືໃນບັນດາຂົງເຂດທີ່ລະອຽດ, ລາຍງານຕໍ່ລັດຖະບານສອງປະເທດ ເພື່ອລົງນາມໃນການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງ; ຜັນຂະຫຍາຍຢ່າງມີປະສິດທິຜົນພາຍຫຼັງການຢ້ຽມຢາມ, ເພື່ອແນໃສ່ນໍາການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ.
ໂດຍ: ຈາງຫງວຽນ