ຕາມນັ້ນແລ້ວ, ໂທລະເລກທາງການຊີ້ແຈ້ງວ່າ ກະຊວງການເງິນເປັນປະທານສົມທົບກັບກະຊວງ ແລະອົງການທີ່ກ່ຽວຂ້ອງຄວນພັດທະນາ ໂຄງການກະທໍາຂອງລັດຖະບານປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ສູ້ຊົນເກັບງົບປະມານແຫ່ງລັດປີ 2026 ເພີ່ມຢ່າງໜ້ອຍສຸດ 10% ເມື່ອທຽບໃສ່ກັບຄວາມຄາດຫວັງປະຕິບັດປີ 2025.

leftcenterrightdel
ພາບປະກອບຈາກ: congly.vn

ທະນາຄານແຫ່ງລັດຫວຽດນາມ ສຸມໃສ່ຕິດຕາມກວດກາສະພາບການ, ບໍລິຫານນະໂຍບາຍເງິນຕາເປັນເຈົ້າການ, ໄຫວພິບ, ທັນການ, ມີປະສິດທິຜົນ. ໃຫ້ສຳເລັດສໍາເນົາເອກະສານຄົ້ນຄວ້າ, ຕີລາຄາ, ພິຈາລະນາສະເໜີສ້າງຕັ້ງຕະຫຼາດ/ຕະຫຼາດຫຼັກຊັບຄໍາແຫ່ງຊາດ.

ກ່ຽວກັບການລົງທຶນ, ກະຊວງການເງິນ ແລະບັນດາກະຊວງ, ອົງການ, ທ້ອງຖິ່ນສັງລວມຂຶ້ນແຜນ ແລະສຳເລັດແຜນການລົງທຶນປີ 2026 ຂອງໂຄງການເປົ້າໝາຍແຫ່ງຊາດຢ່າງຮີບດ່ວນ. ເພີ່ມທະວີການສົ່ງເສີມ ແລະດຶງດູດໂຄງການ FDI ຂະໜາດໃຫຍ່, ເຕັກໂນໂລຊີສູງ.

ກ່ຽວກັບການສົ່ງອອກ, ເພີ່ມທະວີການສົ່ງເສີມການຄ້າ, ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ; ກໍ່ສ້າງເຄື່ອງໝາຍການຄ້າຫວຽດນາມ ທີ່ມີຄຸນນະພາບສູງ; ໝູນໃຊ້ສັນຍາການຄ້າເສລີ 17 ສະບັບ ແລະເຈລະຈາບັນດາສັນຍາການຄ້າເສລີສະບັບໃໝ່ກັບອາເມລິກາລາຕິນ, ຕາເວັນອອກກາງ ແລະປາກິດສະຖານ ໃຫ້ມີປະສິດທິຜົນ; ເປີດກວ້າງ, ຂຸດຄົ້ນຕະຫຼາດໃໝ່ມີປະສິດທິຜົນ, ໂດຍສະເພາະແມ່ນຕະຫຼາດ Halal, ຕາເວັນອອກກາງ, ອາເມລິກາລາຕິນ, ອາຟລິກາ.

ໂດຍສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຄັດໃນການຕ້ານການຂຸດຄົ້ນ IUU, ຕັດສິນໃຈຍົກເລີກ "ບັດເຫຼືອງ" ຂອງຄະນະກຳມະການເອີຣົບ ໃນເດືອນ ເມສາ 2026.

ໂດຍ: ໄຊນີດາ