ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ພັດທະນາຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ແທດຈິງ
ກປ.ອອນໄລ - ຕອນບ່າຍວັນທີ 26 ມັງກອນ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
    |
 |
|
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນໂທ ຄຳລຽງ ອຸທະໄກສອນ. ພາບ: qdnd.vn |
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນລາວ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ໃນການຕໍ່ສູ້ ເພື່ອຍາດເອົາເອກະລາດຂອງປະເທດຊາດກ່ອນນີ້, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດໃນປະຈຸບັນ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການສົມທົບກັນຜັນຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ແທດຈິງໂດຍທັງສອງຝ່າຍ. ກອງທັບຂອງສອງປະເທດຍັງສືບຕໍ່ເປັນກໍາລັງນໍາໜ້າໃນການຜັນຂະຫຍາຍບັນດາການກໍານົດທິດທີ່ການນໍາສອງປະເທດໄດ້ເຫັນດີເປັນເອກະພາບ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາຢູ່ແຕ່ລະປະເທດ, ເປັນກຳລັງທີ່ຈົງຮັກພັກດີຢ່າງຂອງພັກ, ປະເທດຊາດ ແລະປະຊາຊົນ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານພົນໂທ ຄຳລຽງ ອຸທະໄກສອນ ຈະສືບຕໍ່ເອົາໃຈໃສ່ຊີ້ນຳອົງການ, ກົມກອງຂອງກະຊວງປ້ອງກັນປະເທດລາວ ສົມທົບກັນຜັນຂະຫຍາຍແຜນການຮ່ວມມືປີ 2026 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງແທດຈິງ, ມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະສອງກະຊວງປ້ອງກັນປະເທດເວົ້າສະເພາະນັບມື້ນັບພັດທະນາຢ່າງເລິກເຊິ່ງ.
ທ່ານພົນໂທ ຄຳລຽງ ອຸທະໄກສອນ ຢືນຢັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ທ່ານພົນໂທ ຄຳລຽງ ອຸທະໄກສອນ ຢືນຢັນວ່າ ຈະຊີ້ນຳໃຫ້ບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດລາວ ສົມທົບກັບບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການຮ່ວມມືປີ 2026 ຢ່າງມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມື ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ.
    |
 |
|
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ສົ່ງຄຳອວຍພອນໄປຍັງບັນດາສະຫາຍທີ່ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV.
ໂດຍ: ຈາງຫງວຽນ