ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ
ກປ.ອອນໄລ - ວັນທີ 26 ມັງກອນ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຫວຽດນາມ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn |
ທີ່ການພົບປະ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ເນັ້ນໜັກວ່າ ເລື່ອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເລືອກຫວຽດນາມ ເປັນປະເທດທຳອິດທີ່ໄປຢ້ຽມຢາມ ພາຍຫຼັງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສຳເລັດທີ່ມີຄວາມໝາຍທາງການເມືອງຢ່າງເລິກເຊິ່ງ, ສືບຕໍ່ຢືນຢັນຄວາມຕັດສິນໃຈຂອງການນຳ ແລະປະຊາຊົນສອງປະເທດໃນການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ກໍ່ຄືນໍ້າໃຈສະໜິດຕິດພັນ, ຄຽງບ່າຄຽງໄຫຼ່ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃນຕະຫຼອດຂະບວນການຕໍ່ສູ້ຍາດເອົາເອກະລາດ ແລະການສ້າງສາ, ພັດທະນາປະເທດ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຊົມເຊີຍຜົນງານອັນໃຫຍ່ຫຼວງ, ທີ່ມີຄວາມໝາຍປະຫວັດສາດ ເຊິ່ງຫວຽດນາມ ບັນລຸໄດ້ໃນຕະຫຼອດວິວັດການສ້າງສາ ແລະພັດທະນາປະເທດຊາດ; ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະເທດຫວຽດນາມ ຈະສືບຕໍ່ບັນລຸຜົນງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ກ້າວເຂົ້າສູ່ສັງກາດໃໝ່ຂອງປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.
ການນຳສອງຄົນໄດ້ສະແດງຄວາມປິຕິຊົມຊື່ນ ແລະເຊື່ອໝັ້ນວ່າ ບົນພື້ນຖານທີ່ໜັກແໜ້ນຂອງສາຍພົວພັນສາມັກຄີແບບພິເສດ "ທັງເປັນສະຫາຍ, ທັງເປັນອ້າຍນ້ອງ" ພ້ອມກັບຄວາມຮັບຮູ້ລວມຂັ້ນສູງ, ຜົນປະໂຫຍດທີ່ສະໜິດຕິດພັນ ແລະຜົນງານສຳຄັນທີ່ບັນລຸໃນໄລຍະຜ່ານມາ, ສາຍພົວພັນລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການເຮັດໃຫ້ຢ່າງເລິກເຊິ່ງ, ຕອບສະໜອງຄວາມຕ້ອງການຂອງການພັດທະນາໃນໄລຍະໃໝ່.
ໂດຍ: ຈາງຫງວຽນ