ກ່ອນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດລາວ (ໃນລະຫວ່າງວັນທີ 26-27 ມັງກອນ 2026), ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ແຈ້ງຂ່າວໃຫ້ອົງການສື່ມວນຊົນ, ໜັງສືພິມຫວຽດນາມ ປະຈໍາ ລາວຮັບຊາບກ່ຽວກັບຂະໜາດ ແລະຄວາມໝາຍຂອງການຢ້ຽມຢາມ, ໂດຍສະເພາະແມ່ນໃນສະພາບການທີ່ສອງພັກຫາກໍ່ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຢູ່ແຕ່ລະປະເທດ.
    |
 |
|
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ. ພາບ: ຢຸຍຕວ່ານ |
ຕາມທ່ານ ຫງວຽນມິງເຕິມ ແລ້ວ, ກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດແມ່ນເຫດການການເມືອງພິເສດສໍາຄັນ, ຕັດສິນທິດທາງພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ. ເລື່ອງທ່ານ ທອງລຸນ ສີສຸລິດ ໃນຕໍາແໜ່ງເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຢ້ຽມຢາມ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສະແດງໃຫ້ເຫັນການພົວພັນຫວຽດນາມ-ລາວ ບໍ່ພຽງແຕ່ມີລັກສະນະສືບທອດທາງປະຫວັດສາດເທົ່ານັ້ນ, ຫາກຍັງມີຂອບຂະໜາດຍຸດທະສາດອັນຍາວນານ, ຕິດພັນຢ່າງແໜ້ນແຟ້ນກັບການພັດທະນາ ແລະອະນາຄົດຂອງແຕ່ລະປະເທດ.
ການຢ້ຽມຢາມກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສະໜິດຕິດພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ການຮ່ວມເດີນທາງໃນຍຸດທະສາດ, ເປົ້າໝາຍພັດທະນາ, ກໍ່ຄືເສັ້ນທາງກ້າວຂຶ້ນສູ່ລັດທິສັງຄົມນິຍົມສອດຄ່ອງກັບເງື່ອນໄຂຂອງແຕ່ລະປະເທດ. ນັ້ນແມ່ນການພົວພັນທີ່ໄດ້ສ້າງຂຶ້ນບົນພື້ນຖານອຸດົມການປະຕິວັດ, ຊາຕາກຳອັນດຽວກັນ ແລະໄດ້ຮັບການທົດສອບຜ່ານປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ແລະການນໍາສອງພັກ, ສອງລັດ ແລະປະຊາຊົນສອງປະເທດລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງກາຍເປັນຊັບສົມບັດລວມທີ່ມີຄຸນຄ່າຂອງສອງຊາດ, ແຫຼ່ງກໍາລັງແຮງ ແລະປະຖົມປັດໄຈສຳຄັນທີ່ສຸດຮັບປະກັນໄຊຊະນະຂອງພາລະກິດແຫ່ງການປະຕິວັດຂອງແຕ່ລະປະເທດ.
ຄຽງຂ້າງນັ້ນ, ການຢ້ຽມຢາມຫວຽດນາມ ຂອງການນຳສູງສຸດຂອງພັກ ແລະລັດລາວ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສົ່ງສານທີ່ແຂງແຮງກ່ຽວກັບຄຳໝັ້ນສັນຍາທີ່ຈະຮັກສາການແລກປ່ຽນຍຸດທະສາດລະດັບສູງ, ແບ່ງປັນທັດສະນະຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນໃນການວາງແຜນກຳນົດ ແລະຜັນຂະຫຍາຍບັນດານະໂຍບາຍສໍາຄັນ.
ທ່ານເອກອັກຄະລັດຖະທູດ ກ່າວວ່າ ນີ້ແມ່ນວິທີທາງເພື່ອຮັບປະກັນສາຍພົວພັນຫວຽດນາມ-ລາວຍາມໃດກໍ່ “ໄປກ່ອນ, ໄປພ້ອມກັນ ແລະເລິກເຊິ່ງ” ກາຍເປັນເສົາຄ້ຳທີ່ໜັ້ກແໜ້ນໃຫ້ແກ່ສະຖຽນລະພາບດ້ານການເມືອງ, ການພັດທະນາແບບຍືນຍົງຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.
ໂດຍເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍສໍາຄັນ, ສືບຕໍ່ຢືນຢັນຂະໜາດພິເສດ, ຫາກຍາກຂອງການພົວພັນຫວຽດນາມ-ລາວ, ທ່ານ ຫງວຽນມິງເຕິມ ຖືວ່າ ການຢ້ຽມຢາມຍັງສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງສຸດຂອງການນໍາສອງພັກ, ສອງລັດໃນການປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ.
ພ້ອມດຽວກັນນັ້ນ, ເລື່ອງທ່ານ ທອງລຸນ ສີສຸລິດ ເລືອກເອົາຫວຽດນາມ ແມ່ນປະເທດທໍາອິດທີ່ໄປຢ້ຽມຢາມຢ່າງເປັນທາງການພາຍຫຼັງພັກ ປະຊາຊົນ ປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຫາກໍ່ຈັດຕ້ັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ, ມີຄວາມໝາຍທາງດ້ານການເມືອງ ແລະການທູດຢ່າງເລິກເຊິ່ງທີ່ສຸດ.
ສິ່ງເຫຼົ່ານີ້ໄດ້ຢືນຢັນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງເປັນພິເສດລະຫວ່າງສອງພັກ, ສອງລັດກໍ່ຄືລະຫວ່າງສ່ວນຕົວບັນດາສະຫາຍການນໍາຂັ້ນສູງສອງພັກ, ສອງລັດ; ພ້ອມທັງ ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມື ຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ ຍາມໃດກໍ່ໄດ້ກໍານົດໃຫ້ເປັນບຸລິມະສິດຍຸດທະສາດແຖວໜ້າໃນແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງທັງສອງປະເທດ.
ທ່ານ ຫງວຽນມິງເຕິມ ໃຫ້ຮູ້ວ່າ, ຜ່ານມາ, ທີ່ກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດຂອງແຕ່ລະພັກ ໄດ້ນໍາຍົກອອກບັນດາແນວທາງ, ການກໍານົດທິິດ, ນະໂຍບາຍຊີ້ຂາດຍຸດທະສາດສໍາຄັນໃຫ້ແກ່ໄລຍະພັດທະນາໃໝ່ຂອງແຕ່ລະປະເທດ.
ສະນັ້ນ, ການຢ້ຽມຢາມຄັ້ງນ້ີກໍ່ສະແດງໃຫ້ເຫັນການຮ່ວມເດີນທາງ, ຫຸ້ນສ່ວນຍຸດທະສາດ ແລະຄວາມຕັດສິນໃຈດ້ານການເມືອງສູງສຸດຂອງການນໍາສອງຝ່າຍໃນການຜັນຂະຫຍາຍປະຕິບັດບັນດາເປົ້າໝາຍເຊິ່ງກອງປະຊຸມໃຫຍ່ວາງອອກໄດ້ຢ່າງມີໄຊ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຮັກສາຄວາມໝັ້ນຄົງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ.
ຕາມທ່ານ ຫງວຽນມິງເຕິມ ແລ້ວ ການຢ້ຽມຢາມກໍ່ສືບຕໍ່ຢືນຢັນການສືບທອດ ແລະການພັດທະນາຂອງສາຍພົວພັນແບບພິເສດຫວຽດນາມ-ລາວ, ໄດ້ເພີ່ມພູນຄູນສາ້ງ ແລະທົດສອບຜ່ານໄລຍະຍາວຂອງປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຂອງແຕ່ລະປະເທດ, ປະກອບສ່ວນຮັກສາ, ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.
ໂດຍ: ໄຊນີດາ