ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະກັບເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ
ກປ.ອອນໄລ - ວັນທີ 25 ມັງກອນ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ພົບປະກັບເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ກັບເມືອປະເທດເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ເຂົ້າຮ່ວມເຫດການຍັງມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄໍາເຫັນຊີ້ນໍາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບບັນດາເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຢ່າງອົບອຸ່ນ, ທ່ານເລຂາທິການໃຫຍ່ ເນັ້ນໜັກບັນດາການກໍານົດທິດໃຫຍ່ໃນມະຕິຫາກໍ່ໄດ້ກອງປະຊຸມໃຫຍ່ XIV ຂອງພັກຮັບຮອງເອົາ. ມະຕິຂອງກອງປະຊຸມ ໃຫຍ່ຄັ້ງທີ XIV ຢືນຢັນວ່າວຽກງານການທູດມີທີ່ຕັ້ງຄໍາຄັນ, ຕະຫຼອດ. ສິ່ງນີ້ຮຽກຮ້ອງໃຫ້ຂະແໜງການທູດຕ້ອງສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ, ຜັນຂະຫຍາຍມີປະສິດທິຜົນມະຕິກອງປະຊຸມໃຫຍ່ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດໃນສະໄໝໃໝ່.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ຍັງໄດ້ເນັ້ນໜັກວ່າ ບັນດາເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ຕ້ອງເສີມຂະຫຍາຍຈິດໃຈເປັນເຈົ້າການ, ຮູ້ສຶກໄວ, ຕ້ັງໜ້າໃນສະພາບການໂລກພວມມີການຜັນແປທີ່ຍາກທີ່ຄາດຄະເນລ່ວງໜ້າໄດ້, ໂດຍສະເພາະແມ່ນເພີ່ມທະວີວຽກງານຄາດຄະເນ, ກໍານົດໄດ້ແຫຼ່ງການທູດ ເພື່ອຮັບປະກັນໄດ້ກ່ຽວກັບການເປັນເຈົ້າການຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຜົນປະໂຫຍດລວມຂອງປະເທດ, ຊົນຊາດ, ກໍ່ຄືເຂົ້າຮ່ວມມີຄວາມຮັບຜິດຊອບກັບບັນຫາສາກົນ ແລະທົ່ວໂລກ.
ເນື່ອງໃນໂອກາດນີ້, ທ່ານ ເລຂາທິການໃຫຍ່ ກໍ່ສະເໜີຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ເຮັດດີວຽກງານໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ, ສືບຕໍ່ສາມັກຄີ ແລະເອົາໃຈໃສ່ຮັກສາສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ວິສາຫະກິດຫວຽດນາມ, ຍາດແຍ່ງ ແລະເສີມຂະຫຍາຍແຫຼ່ງກໍາລັງຂອງປະຊາຄົມ, ໂດຍສະເພາະແມ່ນປັນຍາຊົນ, ນັກຊ່ຽວຊານ, ນັກວິທະຍາສາດ.
ໂດຍ: ໄຊນີດາ