ປັດໄຈສໍາຄັນ ກັບຫວຽດນາມ ແລະລາວ ໃນໄລຍະພັດທະນາໃໝ່
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ກ່າວຄໍາເຫັນທີ່ກອງປະຊຸມ, ສະຫາຍ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ຮັບຮອງເອົາເອກະສານຍຸດທະສາດສຳຄັນຫຼາຍສະບັບ, ພົ້ນເດັ່ນແມ່ນໂຄງການການເມືອງ ສະບັບທີ 3 - ເຊິ່ງແມ່ນເອກະສານທີ່ມີຄວາມໝາຍກຳນົດທິດທາງອັນຍາວນານ, ຢືນຢັນການຢຶດໝັ້ນເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດ ໄກສອນ ພົມວິຫານ. ບົນພື້ນຖານນັ້ນໂຄງການການເມືອງ ສະບັບທີ 3 ໄດ້ສະຫຼຸບ 6 ບົດຮຽນປະສົບການທີ່ມີລັກສະນະກົດເກນຂອງການປະຕິວັດລາວ ແລະຍົກອອກ 11 ແຜນນະໂຍບາຍໃໝ່ ແນໃສ່ສືບຕໍ່ປັບປຸງລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນແບບ ແລະກ້າວເຂົ້າສູ່ສັງຄົມນິຍົມ.
    |
 |
|
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ກອງປະຊຸມ. ພາບ: ຈ້ອງຫ໋າຍ |
ແບ່ງປັນກ່ຽວກັບທິດທາງ, ໜ້າທີ່ ແລະເປົ້າໝາຍໃຫຍ່ໃນໄລຍະຈະມາເຖິງ, ສະຫາຍ ທອງລຸນ ສີສຸລິດ ໄດ້ຊີ້ແຈ້ງການກໍານົດທິດທາງການພັດທະນາໃນຂົງເຂດສຳຄັນ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດ, ກໍ່ສ້າງພັກ ແລະລະບົບການເມືອງ, ວັດທະນະທໍາ-ສັງຄົມ, ການສຶກສາ-ກິລາ, ວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາ; ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຢ່າງຄົບຊຸດ ແລະຍືນຍົງ, ຕິດພັນການເຕີບໂຕດ້ານເສດຖະກິດກັບການຮັບປະກັນສະຖຽນລະພາບດ້ານການເມືອງ-ສັງຄົມ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ຢືນຢັນຄວາມສະເໝີຕົ້ນສະເໝີປາຍແຜນນະໂຍບາຍສືບຕໍ່ ແລະຮັດແໜ້ນກວ່າອີກສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ຖືນີ້ແມ່ນປັດໄຈສຳຄັນ ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ ໃນໄລຍະພັດທະນາໃໝ່.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ຈ້ອງຫ໋າຍ |
ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຢືນຢັນບົດບາດນຳພາຢ່າງຮອບດ້ານ, ເດັດຂາດຂອງພັກປະຊາຊົນປະຕິວັດລາວ ຕໍ່ພາລະກິດແຫ່ງການປະຕິວັດ, ປັບປຸງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນລາວທຸກຊັ້ນຄົນຕໍ່ເສັ້ນທາງພັດທະນາສັງຄົມນິຍົມ ເຊິ່ງ ພັກ ແລະປະທານ ໄກສອນ ພົມວິຫານ ແລະການນຳລຸ້ນກ່ອນ ໄດ້ເລືອກເຟັ້ນ.
ໂດຍ: ເຈິ່ນຮວ່ຽນ