leftcenterrightdel
ສະຫາຍເລຂາທິການໃຫຍ່ ໂຕເລິມ ແລະສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫ໋າຍ

ໃນບັນຍາກາດພາກພູມໃຈ ແລະກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສຳເລັດຢ່າງຈົບງາມ, ສະຫາຍເລຂາທິການໃຫຍ່ ໂຕເລິມ ແລະສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະລັດ ແລະໝາກຜົນອັນພົ້ນເດັ່ນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ຈ້ອງຫ໋າຍ

ທີ່ການພົບປະສອງຝ່າຍ, ຊົມເຊີຍສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄືນໃໝ່, ສະຫາຍເລຂາທິການໃຫຍ່ ໂຕເລິມ ສະແດງຄວາມເຄົາລົບ ແລະຕີລາຄາສູງເລື່ອງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ມາຢ້ຽມຢາມຫວຽດນາມ ເປັນປະເທດທຳອິດທີ່ໄດ້ມາຢ້ຽມຢາມໃນຖານະເລຂາທິການໃຫຍ່, ປະທານປະເທດລາວ ພາຍຫຼັງກອງປະຊຸມໃຫຍ່ອາຍຸການໃໝ່ຂອງແຕ່ລະພັກ ປະສົບຜົນສຳເລັດຢ່າງຈົບງາມ, ຢືນຢັນວ່າການຢ້ຽມຢາມຄັ້ງນີ້ມີຄວາມໝາຍ ແລະເປັນຂີດໝາຍປະຫວັດສາດ, ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຂອງພັກ, ລັດລາວ ແລະສະຫາຍ ທອງລຸນ ສີສຸລິດ ທີ່ມີຕໍ່ສາຍພົວພັນ ຫວຽດນາມ-ລາວ.

leftcenterrightdel
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ຈ້ອງຫ໋າຍ

ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ຕີລາຄາສູງຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດ 80 ປີແຫ່ງການສ້າງສາ ແລະພັດທະນາປະເທດຊາດ, ພິເສດແມ່ນຜົນງານພົ້ນເດັ່ນບັນລຸໄດ້ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ເປັນຕົ້ນແມ່ນໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII.

ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດອັນສຳຄັນໃນການກຳນົດແນວທາງ ແລະໜ້າທີ່ພັດທະນາປະເທດໃນໄລຍະໃໝ່; ພິເສດຊົມເຊີຍສະຫາຍ ໂຕເລິມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ ສືບຕໍ່ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງພັກ, ລັດ ແລະປະຊາຊົນຫວຽດນາມ.

leftcenterrightdel
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນສັກຂີພິຍານພິທີມອບຮັບເອກະສານການຮ່ວມມື. ພາບ: ຈ້ອງຫ໋າຍ

ການນຳສອງທ່ານ ໄດ້ແລກປ່ຽນກ່ຽວກັບແຜນນະໂຍບາຍ, ນະໂຍບາຍໃຫຍ່ໃນມະຕິກອງປະຊຸມໃຫຍ່ແຕ່ລະພັກ, ສະພາບແຕ່ລະປະເທດ, ສະພາບການໂລກ ແລະພາກພື້ນ; ທິດທາງຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ-ລາວ ໃນໄລຍະໃໝ່.

ສິ້ນສຸດການພົບປະສອງຝ່າຍ, ການນຳສອງທ່ານ ໄດ້ເປັນສັກຂີພິຍານພິທີມອບຮັບເອກະສານການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ