ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ຫວຽດນາມ ຢືນຢັນສັງກາດແຫ່ງການພັດທະນາສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ກປ.ອອນໄລ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນຍິ່ງບົນເສັ້ນທາງພັດທະນາຂອງປະເທດຫວຽດນາມ, ມຸ່ງໄປເຖິງສັງກາດໃໝ່, ສັງກາດພັດທະນາຕາມທິດນຳທີ່ວ່າ “ກຸ້ມຕົນເອງ, ໝັ້ນໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມເອກອ້າງທະນົງໃຈຂອງຊາດ”.
ນັ້ນແມ່ນຂໍ້ສັງເກດຂອງປະລິນຍາໂທ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟະຣີກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ (IRIC), ສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC), ພ້ອມທັງເປັນປະທານສະມາຄົມອະດີດນັກສຶກສາກໍາປູເຈຍ ທີ່ຮໍ່າຮຽນຢູ່ຫວຽດນາມ (CAVA) ໃນການແລກປ່ຽນກັບນັກຂ່າວ.
    |
 |
|
ປະລິນຍາໂທ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟະຣີກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ (IRIC), ສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC), ພ້ອມທັງເປັນປະທານສະມາຄົມອະດີດນັກສຶກສາກໍາປູເຈຍ ທີ່ຮໍ່າຮຽນຢູ່ຫວຽດນາມ (CAVA) ໃນການແລກປ່ຽນກັບນັກຂ່າວ. |
ທ່ານ Uch Leang ເນັ້ນໜັກວ່າ, ກອງປະຊຸມໃຫຍ່ ຄັ້ງທີ XIV ເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງສັງກາດໃໝ່, ສັງກາດບືນຕົວຂຶ້ນ. ຢືນຢັນວ່ານີ້ແມ່ນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງສໍາລັບພັກກອມມູນິດຫວຽດນາມ, ພ້ອມທັງກໍ່ແມ່ນໂອກາດອັນໃຫຍ່ຫຼວງຂອງທົ່ວຊົນຊາດຫວຽດນາມ, ນັກຊ່ຽວຊານຊາວກຳປູເຈຍ ຊີ້ແຈ້ງວ່າ: “ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຖືວ່າແມ່ນເຫດການທີ່ມີຄວາມໝາຍສຳຄັນຍິ່ງບົນເສັ້ນທາງພັດທະນາຂອງປະເທດຫວຽດນາມ, ມຸ່ງໄປເຖິງສັງກາດໃໝ່, ສັງກາດພັດທະນາຕາມທິດນຳທີ່ວ່າ “ກຸ້ມຕົນເອງ, ໝັ້ນໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມເອກອ້າງທະນົງໃຈຂອງຊາດ”.
ທ່ານ Uch Leang ໃຫ້ຂໍ້ສັງເກດວ່າ ໃນໄລຍະທາງ 4 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນຂະບວນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ສິ່ງທີ່ຂາດບໍ່ໄດ້ແມ່ນການໜູນຊ່ວຍ, ນຳພາຂອງປັດໄຈ ແລະບົດບາດນໍາພາການເມືອງ, ລະອຽດແມ່ນການວາງແຜນນະໂຍບາຍ, ແນວທາງ ແລະກໍານົດທິດທາງພັດທະນາລະດັບຊາດຂອງພັກກອມມູນິດຫວຽດນາມ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VI ປີ 1986 ມາຮອດປະຈຸບັນ. ທ່ານ ເນັ້ນໜັກວ່າ: “ພິເສດ, ບັນດານະໂຍບາຍນັ້ນ ໄດ້ຮັບການຊັ່ງຊາ, ພິຈາລະນາ, ຕົກລົງບົນພື້ນຖານປະມວນ, ສັງລວມລະຫວ່າງທິດສະດີ ແລະພຶດຕິກໍາຕົວຈິງຂອງຫວຽດນາມ”.
ໂດຍ: ເຈິ່ນຮວ່ຽນ