leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມາຢ້ຽມຢາມຫວຽດນາມ. ພາບ: ຈ້ອງຫາຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕີລາຄາວ່າ ເຖິງວ່າໄດ້ຮັບຜົນກະທົບຈາກສະຖານະການໂລກ ແລະພາກພື້ນ, ແຕ່ສາຍພົວພັນລະຫວ່າງສອງປະເທດຍັງຮັກສາທ່າພັດທະນາຢ່າງຕັ້ງໜ້າ, ເຂົ້າສູ່ລວງເລິກ, ບັນລຸໝາກຜົນທີ່ແທດຈິງຫຼາຍຢ່າງ; ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງ ແລະທ້ອງຖິ່ນສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງເຂັ້ມງວດໄດ້ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະນຳເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນ ສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ຈ້ອງຫາຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຍັງໄດ້ໃຊ້ເວລາແລກປ່ຽນ, ແບ່ງປັນການຕີລາຄາກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເນັ້ນໜັກວ່າ ໃນສະພາບການສາກົນ ແລະພາກພື້ນສືບຕໍ່ຜັນແປຢ່າງສັບສົນ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສພາກພື້ນ ແລະສາກົນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ ແລະໃນໂລກ.

ສອງຝ່າຍຢືນຢັນຄວາມຕັດສິນໃຈທີ່ຈະສືບຕໍ່ເພີ່ມພູນຄູນສ້າງ, ຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ນຳເອົາສາຍພົວພັນລະຫວ່າງສອງປະເທດພັດທະນານັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະຍືນຍົງ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ.

ໂດຍ: ຈາງຫງວຽນ