ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຄະນະຜູ້ແທນ ພັກອາແຊກໄບຊານ ໃໝ່
ກປ.ອອນໄລ - ວັນທີ 26 ມັງກອນ, ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບຄະນະຜູ້ແທນພັກອາແຊກໄບຊານ ໃໝ່ ນຳໂດຍທ່ານ Tahir Budagov, ຮອງປະທານ ທັງເປັນຫົວໜ້າຫ້ອງວ່າການສູນກາງພັກອາແຊກໄບຊານ ໃໝ່, ໄດ້ມາອວຍພອນທ່ານເລຂາທິການໃຫຍ່ ແລະຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ປະສົບຜົນສໍາເລັດຢ່າງຈົບງາມ.
ທີ່ການຕ້ອນຮັບ, ທ່ານ Tahir Budagov ຢືນຢັນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ຫວຽດນາມ ຈະປະຕິບັດແຜນນະໂຍບາຍ, ນະໂຍບາຍທີ່ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາປະສົບຜົນສໍາເລັດ, ບັນລຸໄດ້ເປົ້າໝາຍທີ່ໜ້າປະທັບໃຈທີ່ໄດ້ຍົກອອກ, ຍົກສູງຖານະບົດບາດຂອງປະເທດ, ນໍາຫວຽດນາມ ກາຍເປັນປະເທດພັດທະນາແຖວໜ້າພາກພື້ນ ແລະປະເທດທີ່ສຳຄັນໃນໂລກ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Tahir Budagov, ຮອງປະທານ ທັງເປັນຫົວໜ້າຫ້ອງວ່າການສູນກາງພັກອາແຊກໄບຊານໃໝ່. ພາບ: qdnd.vn |
ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຖືການພົວພັນຕ່າງປະເທດເປັນໜ້າທີ່ຈຸດສຸມ, ເປັນປະຈໍາ ພ້ອມກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໃນວິວັດການຜັນຂະຫຍາຍໜ້າທີ່ນີ້, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາຄູ່ຮ່ວມມືຍຸດທະສາດ, ໃນນັ້ນມີ ອາແຊກໄບຊານ.
ທ່ານ ໂຕເລິມ ແລະທ່ານ Tahir Budagov ໄດ້ຫວນຄືນບັນດາຂີດໝາຍສຳຄັນໃນການພົວພັນສອງຝ່າຍ, ເຫັນດີເປັນເອກະພາບສະໜັບສະໜູນລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການ ແລະທ້ອງຖິ່ນສອງປະເທດ ໃນການສ້າງຕັ້ງກົນໄກຮ່ວມມື, ຍົກລະດັບການພົວພັນໃນຂົງເຂດທີ່ເປັນມູນເຊື້ອ ເຊັ່ນ: ເສດຖະກິດ-ການຄ້າ, ພະລັງງານ-ນໍ້າມັນອາຍແກັສ, ການສຶກສາ-ບໍາລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ແລະເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່ ເຊັ່ນ: ວິທະຍາສາດ-ເຕັກໂນໂລຊີ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ...
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີທ່ານ Tahir Budagov ສົ່ງຄຳຢ້ຽມຢາມຖາມຂ່າວ, ຄຳຂອບໃຈ ແລະຄຳເຊື້ອເຊີນທ່ານ Ilham Aliyev ປະທານາທິບໍດີອາແຊກໄບຊານ, ປະທານພັກອາແຊກໄບຊານໃໝ່ ມາຢ້ຽມຢາມຫວຽດນາມ ໃນໂອກາດທີ່ເໝາະສົມ.
ໂດຍ: ຈາງຫງວຽນ