ທີ່ການພົບປະ, ທ່ານ ຫງວຽນແມ້ງເກື່ອງ ຕີລາຄາສູງການຮ່ວມມືດ້ານການຄ້າລະຫວ່າງສອງປະເທດດ້ວຍວົງເງິນການຄ້າສອງຝ່າຍປີ 2025 ບັນລຸ 11,33 ຕື້ໂດລາສະຫະລັດ.
ສ່ວນທ່ານນາງ Cham Nimul ໄດ້ຊົມເຊີຍຕໍ່ຜົນງານດ້ານເສດຖະກິດ, ການຄ້າ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ຖືນີ້ແມ່ນແບບຢ່າງເພື່ອໃຫ້ກໍາປູເຈຍ ຮຽນຮູ້; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ເສດຖະກິດຫວຽດນາມ ຈະສືບຕໍ່ທ່າເຕີບໂຕສູງໃນພາກພື້ນອາຊຽນ ແລະໃນໂລກ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການເຮັດວຽກ, ສອງຝ່າຍກໍ່ໄດ້ແລກປ່ຽນບາງມາດຕະການເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ການຄ້າລະຫວ່າງສອງປະເທດ, ມານະພະຍາຍາມນໍາວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງໂດຍໄວ.
ກ່ອນໜ້ານັ້ນ, ວັນທີ 12 ມັງກອນ, ທີ່ສໍານັກງານຫ້ອງວ່າການສະພາລັດຖະມົນຕີກໍາປູເຈຍ, ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີການຕ່າງປະເທດ ໄດ້້ເຂົ້້າຢ້ຽມຂໍ່ານັບທ່ານ Neth Savoeun, ຮອງນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ກໍາປູເຈຍ, ປະທານຄະນະກໍາມະການຕ້ານ ແລະສະກັດກັ້ນຢາເສບຕິດແຫ່ງຊາດກໍາປູເຈຍ.
ທີ່ການພົບປະ, ທ່ານ ຫງວຽນແມ້ງເກື່ອງ ຊົມເຊີຍຕໍ່ຜົນງານພັດທະນາຂອງກໍາປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຮັກສາທ່າເຕີບໂຕເສດຖະກິດສະຖຽນລະພາບ, ປະກອບສ່ວນຮັກສາສະຖຽນລະພາບເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນຢ່າງໝັ້ນຄົງ.
ຕີລາຄາສູງບົດບາດ ແລະທີ່ຕັ້ງທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ພາກພື້ນ ແລະເວທີສາກົນ, ທ່ານ Neth Savoeun ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ນອກຈາກນັ້ນ, ສອງຝ່າຍກໍ່ແບ່ງປັນຄວາມສໍາຄັນຂອງການເພີ່ມທະວີການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ຮັກສາ ແລະເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ຊຸກຍູ້ການສົມທົບກັນຢ່າງແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ, ຜ່ານນັ້ນເຮັດໃຫ້ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ກໍ່ຄືປະກອບສ່ວນບັບປຸງສະຖຽນລະພາບ, ການພັດທະນາ ແລະສັນຕິພາບຂອງພາກພື້ນ.
ໂດຍ: ໄຊນີດາ