leftcenterrightdel
ກອງປະຊຸມຄັ້ງທີ 53 ຂອງຄະນະປະຈຳສະພາແຫ່ງຊາດ. ພາບ: nhandan.vn

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ປະກອບຄຳເຫັນ ແລະຮັບຮອງເອົາມະຕິ 2 ສະບັບ, ມະຕິກຳນົດລະບົບສະໜອງ ແລະນຳໃຊ້ຊຸດເຄື່ອງແບບ, ເຄື່ອງໝາຍ, ເຄື່ອງໝາຍຍົດຂອງການນຳອົງການໄອຍະການປະຊາຊົນທຸກຂັ້ນ, ໄອຍະກອນ, ນັກກວດກາ, ພະນັກງານສືບສວນ ແລະບັດຢັ້ງຢືນໄອຍະກອນ; ມະຕິກຳນົດຈຳນວນ, ໂຄງປະກອບອັດຕາບັນດາຊັ້ນໄອຍະກອນ ຂອງອົງການໄອຍະການປະຊາຊົນ ແລະອົງການໄອຍະການທະຫານ.

ແລະກໍ່ໃນຕອນເຊົ້າວັນທີ 12 ມັງກອນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາບົດລາຍງານວຽກງານຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຂອງສະພາແຫ່ງຊາດ ເມື່ອເດືອນທັນວາ 2025.

ແຫຼ່ງຄັດຈາກ: vovworld.vn