ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຕາງໜ້າພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະຄໍາອວຍພອນໄຊອັນອົບອຸ່ນ ແລະຈິງໃຈທີ່ສຸດມາຍັງກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນລາວ ອ້າຍນ້ອງທຸກຖ້ວນໜ້າ.

ພວກຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດທີ່ພັກ, ລັດ ແລະປະຊາຊົນລາວອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 50 ປີ ແຫ່ງການສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍສະເພາະຕະຫຼອດໄລຍະ 40 ປີ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ໄລຍະ 5 ປີ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ IX, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ຄວາມໄວ້ວາງໃຈ ແລະບົດບາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ຮັບການຍົກສູງໃນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວ, ສືບຕໍ່ຢືນຢັນຕ່ໍແນວທາງອັນຖືກຕ້ອງ ແລະປະດິດສ້າງຂອງພັກປະຊາຊົນປະຕິວັດລາວ, ສະແດງໃຫ້ເຫັນເຖິງຄຸນທາດປະຕິວັດອັນກ້າແກ່ນ, ໝັ້ນຄົງຕໍ່ໜ້າທຸກຄວາມຫຍຸ້ງຍາກ, ສ່ິງທ້າທາຍ, ບຸກບືນຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍເອກະລາດແຫ່ງຊາດ, ສ້າງສາປະເທດຊາດໃຫ້ຮ່ັງມີເຂ້ັມແຂງ, ນໍາເອົາຄວາມຜາສຸກມາສູ່ປະຊາຊົນ, ພ້ອມກັນນັ້ນ ກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະກ້າວໜ້າທາງສັງຄົມຢູ່ໃນໂລກ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເປັນຂີດໝາຍແຫ່ງໄລຍະພັດທະນາໃໝ່ຂອງການປະຕິວັດລາວ ດ້ວຍການກໍານົດທິດບັນດາຍຸດທະສາດສໍາຄັນ, ຍູ້ແຮງຢ່າງຮອບດ້ານ, ພ້ອມພຽງຄົບຊຸດພາລະກິດປ່ຽນແປງໃໝ່, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນສະຖຽນລະພາບການເມືອງ-ສັງຄົມ, ຊຸກຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ກ້າວຂຶ້ນຢ່າງໜັກແໜ້ນຕາມເສັ້ນທາງສັງຄົມນິຍົມ.

ໃນຖານະເປັນເພື່ອນມິດ, ເປັນສະຫາຍອ້າຍນ້ອງທີ່ສະໜິດສະໜົມຮ່ວມອຸດົມການປະຕິວັດ,  ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ກັບພັກ, ລັດ ແລະປະຊາຊົນລາວໃນທຸກໆໄລຍະປະຫວັດສາດ. ພວກຂ້າພະເຈົ້າ ເຊື່ອໝ້ັນຢ່າງໜັກແໜ້ນວ່າພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກ່ົາ, ຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ຢ່າງມີໄຊ; ສ້າງສໍາເລັດຜົນປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະນັບມື້ນັບວັດທະນາຖາວອນ.

ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ເປັນມໍລະດົກທ່ີສັກກາລະບູຊາອັນລ້ໍາຄ່າ ໂດຍແມ່ນ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະບັນດາຮຸ່ນການນໍາບັນພະບູລຸດຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໄດ້ອອກແຮງເພີ່ມພູນຄູນສ້າງ, ປົກປັກຮັກສາ, ປະໄວ້ໃຫ້ຄົນຮຸ່ນປັດຈຸບັນ ແລະອະນາຄົດ. ສາຍພົວພັນ ດ່ັງກ່າວນີ້, ໄດ້ຮັບການຝຶກຝົນຫຼໍ່ຫຼອມຜ່ານໄລຍະແຫ່ງສົງຄາມ ແລະສັນຕິພາບ, ເປັນຊັບສົມບັດລວມສັກສິດທີ່ສຸດຂອງສອງຊາດ, ມີລັກສະນະເປັນຕາຍຕ່ໍພາລະກິດປະຕິວັດຂອງແຕ່ລະປະເທດ. ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ- ລາວ ມີບົດບາດຍຸດທະສາດສໍາຄັນ, ຕັດສິນຕໍ່ພາລະກິດປົກປັກຮັກສາເອກະລາດແຫ່ງຊາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ ແລະກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ພ້ອມດຽວກັນນັ້ນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມໝາຍເຂົ້າໃນການຮັກສາສັນຕິພາບ, ຄວາມໝ້ັນຄົງ, ຊຸກຍູ້ການຮ່ວມມື ແລະການພັດທະນາຢູ່ໃນພາກພື້ນ ແລະໃນໂລກ. ປີ 2025 ເປັນຂີດໝາຍບາດກ້າວໜຶ່ງຂອງການພັດທະນາທີ່ມີລັກສະນະປະຫວັດສາດໃນການພົວພັນຂອງສອງປະເທດ, ເມື່ອສອງຝ່າຍເປັນເອກະພາບຍົກລະດັບ ແລະເຮັດໃຫ້ການພົວພັນຫວຽດນາມ- ລາວ ເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່, ກາຍເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈທາງດ້ານການເມືອງຢ່າງເລິກເຊິ່ງ, ໝັ້ນຄົງລະຫວ່າງສອງພັກ, ສອງລັດ, ພ້ອມທັງຢືນຢັນເຖິງຄວາມຕັດສິນໃຈທາງດ້ານການເມືອງໃນລະດັບສູງສຸດຂອງການນໍາຂັ້ນສູງສອງປະເທດໃນການຍົກລະດັບການພົວພັນຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່, ແທດເໝາະກັບສະຖານະການປະຫວັດສາດໃໝ່, ຕອບສະໜອງຄວາມປາຖະໜາອັນຍາວນານຂອງປະຊາຊົນສອງປະເທດ ແລະຄວາມຮຽກຮ້ອງຕ້ອງການຂອງຍຸດທະສາດໃນໄລຍະການພັດທະນາໃໝ່. ພັກ, ລັດ ແລະປະຊາຊົນຫວຽດນາມ ຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບພັກ, ລັດ ແລະປະຊາຊົນລາວ ປົກປັກຮັກສາ, ເສີມຂະຫຍາຍ ແລະຖ່າຍຖອດໃຫ້ບັນດາຄົນຮຸ່ນຕ່ໍໆໄປ ກ່ຽວກັບສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ, ລາວ- ຫວຽດນາມ ຕະຫຼອດໄປ.

ເນື່ອງໃນໂອກາດອັນສະຫງ່າລາສີນ້ີ, ພວກຂ້າພະເຈ້ົາ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະເລິກເຊິ່ງທີ່ສຸດຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະມີປະສິດທິຜົນທ່ີພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງໃຫ້ແກ່ພັກ, ລັດ ແລະປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນໜຶ່ງດຽວໃນເມື່ອກ່ອນ ກໍຄືຮ່ວມຂະບວນການກັບຫວຽດນາມ ໃນການກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການບືນຕົວພັດທະນາຢ່າງເຂັ້ມແຂງ. ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈ່ົງປະສົບສໍາເລັດຜົນຢ່າງຈົບງາມ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດນາມ-ລາວ ຈ່ົງຂຽວສົດງົດງາມ ແລະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຂ່າວ: ຂ່າວສານປະເທດລາວ