ທ່ານນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີພັດທະນາສາກົນ ການາດາ
ກປ.ອອນໄລ - ຕອນບ່າຍວັນທີ 6 ມັງກອນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕ້ອນຮັບທ່ານ Randeep Sarai, ລັດຖະມົນຕີ ພັດທະນາສາກົນ ການາດາ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ການາດາ ພວມພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດດ້ວຍພື້ນຖານການເມືອງທີ່ໜັກແໜ້ນ ແລະຜົນປະໂຫຍດ, ຄຸນຄ່າທີ່ຄ້າຍຄືກັນ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນການາດາ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ທັງສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ; ຍົກລະດັບການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່; ສືບຕໍ່ຊຸກຍູ້ການພັດທະນາ ແລະເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ພິເສດແມ່ນການເຊື່ອມຕໍ່ວິສາຫະກິດສອງປະເທດ, ນໍາການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ກາຍເປັນເສົາຄໍ້າຫຼັກໃນການພົວພັນສອງຝ່າຍ; ທັງສອງຝ່າຍຊຸກຍູ້ບັນດາກໍາລັງໜູນເຕີບໃຫຍ່ໃໝ່ ຄື ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານສີຂຽວ, ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, logistics, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ; ການາດາ ໜູນຊ່ວຍຫວຽດນາມ ໃນການຝຶກອົບຮົມຊັບພະຍາກອນມະນຸດ; ທັງສອງຝ່າຍຈະສືບຕໍ່ສະໜັບສະໜູນ, ສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ການາດາ ເພີ່ມທະວີການມີໜ້າຂອງຕົນໃນພາກພື້ນ, ຊຸກຍູ້ການຮ່ວມມືກັບອາຊຽນ ແລະບັນດາກົນໄກພາກພື້ນທີ່ອາຊຽນ ນໍາໜ້າ; ຫວັງວ່າ ການາດາ ຈະເປັນຂົວເຊື່ອມຕໍ່ໃຫ້ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືທີ່ການາດາ ມີບົດບາດ; ສືບຕໍ່ສະໜັບສະໜູນຫຼັກໜັ້ນຂອງອາຊຽນ ໃນການຊຸກຍູ້ການຄ້າເສລີ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ປະຕິບັດຂໍ້ກໍານົດຂອງກົດໝາຍສາກົນ.
ເຫັນດີເປັນເອກະພາບກັບການຕີລາຄາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການພົວພັນສອງປະເທດ, ທ່ານ Randeep Sarai ໃຫ້ຮູ້ວ່າ ການາດາ ພ້ອມແລ້ວທີ່ຈະສະໜັບສະໜູນ, ຮ່ວມມືກັບຫວຽດນາມ ໃນການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາພື້ນຖານໂຄງລ່າງ, ການຫັນປ່ຽນພະລັງງານ, ການຂຸດຄົ້ນ, ການປຸງແຕ່ງແຮ່ທາດທີ່ຈຳເປັນ, ການລົງທຶນໃນຜະລິດຕະພັນທີ່ຜະລິດຢູ່ຫວຽດນາມ ເພື່ອສົ່ງອອກໄປຍັງປະເທດອື່ນໆ...
ໂດຍ: ຈາງຫງວຽນ