“ຫວຽດນາມ ຮັກສາການພົວພັນທີ່ເປັນມູນເຊື້ອອັນດີງາມກັບເວເນຊູເອລາ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືທີ່ສອດຄ່ອງກັບຂອບເຂດຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ”.

ກໍທີ່ກອງປະຊຸມຂ່າວ, ຕອບຄໍາຖາມຂອງນັກຂ່າວ ກ່ຽວກັບເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອວັນທີ 7 ມັງກອນ ໄດ້ຖະແຫຼງວ່າ ອາເມລິກາ ຈະຖອນຕົວຈາກ 66 ອົງການຈັດຕັ້ງສາກົນ ແລະອົງການຂຶ້ນກັບ ສປຊ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: “ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ແລະຖືເປັນສໍາຄັນບົດບາດຂອງບັນດາອົງການຈັດຕັ້ງຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ, ໃນການປະກອບສ່ວນເຂົ້າໃນການຄຸ້ມຄອງທົ່ວໂລກ ແລະແກ້ໄຂບັນດາບັນຫາລວມຂອງໂລກ ບົນພື້ນຖານກົດບັດ ສປຊ ແລະກົດໝາຍສາກົນ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຕອບຄໍາຖາມຂອງບັນດາອົງການສື່ມວນຊົນພາຍໃນ ແລະຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ພວກຂ້າພະເຈົ້າ ຫວັງວ່າ ບັນດາປະເທດສືບຕໍ່ເຊີດຊູລັດທິຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ປັບປຸງບັນດາກົນໄກຫຼາຍຝ່າຍ ແລະກົດໝາຍສາກົນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງໃນໂລກ. ບົນຈິດໃຈນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າບັນດາກົນໄກຫຼາຍຝ່າຍທົ່ວໂລກ ແລະພາກພື້ນຕາມຄວາມສາມາດຂອງຕົນ”.

* ຕອບຄໍາຖາມຂອງຜູ້ຕາງໜ້າ ສະຖານທູດຊາອຸດິ ອາຣາເບຍ ປະຈໍາຫວຽດນາມ ກ່ຽວກັບເລື່ອງຫວຽດນາມ ຮັບຮູ້ຄືແນວໃດຕໍ່ການຜັນແປຢູ່ ອາຟຣິກາກາງ ທີ່ກ່ຽວຂ້ອງເຖິງສະພາບການຢູ່ ເຢແມນ ກໍ່ຄືບັນດາມາດຕະການ ເຊິ່ງລາຊະອານາຈັກ ຊາອຸດິ ອາຣາເບຍ, ສະພາການນໍາປະທານາທິບໍດີເຢແມນ ປະຕິບັດຕໍ່ກັບຄວາມສະຫງົບ ແລະອະທິປະໄຕຂອງເຢແມນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຊີ້ແຈ້ງວ່າ: ຫວຽດນາມ ເອົາໃຈໃສ່ຕິດຕາມສະພາບການໃນປະຈຸບັນຢູ່ ເຢແມນ.

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຊີ້ແຈ້ງວ່າ “ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມລະງັບໃຈ ແລະບໍ່ມີການກະທໍາທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ນໍາໃຊ້ ຫຼື ນາບຂູ່ນໍາໃຊ້ອາວຸດ, ເພີ່ມທະວີການເຈລະຈາ, ສ້າງສະພາບແວດລ້ອມທີ່ສະດວກ ເພື່ອບັນລຸມາດຕະການການເມືອງຮອບດ້ານ ແລະກວມລວມໃຫ້ ເຢແມນ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດ ຂອງ ສປຊ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃຫ້ພາກພື້ນ ກໍ່ຄືໃນທົ່ວໂລກ”.

ໂດຍ: ໄຊນີດາ