ປ່ຽນແປງໃໝ່ປະດິດຄິດສ້າງສູ້ຊົນນໍາແຂວງ ແຄ໋ງຮວ່າ ໃຫ້ກາຍເປັນຂົ້ວເຕີບໂຕແຫ່ງຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 5 ມັງກອນ, ຢູ່ແຂວງແຄ໋ງຮ່ວາ, ຄະນະນະໂຍບາຍ, ຍຸດທະສາດສູນກາງ, ຄະນະບັນນາທິການວາລະສານກອມມູນິດ ແລະຄະນະພັກແຂວງແຄ໋ງຮ່ວາ ໄດ້ສົມທົບກັນຈັດຕັ້ງກອງປະຊຸມວິທະຍາສາດລະດັບຊາດ ດ້ວຍຫົວຂໍ້: ວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ສູ້ຊົນນໍາແຂວງແຄ໋ງຮວ່າ ໃຫ້ກາຍເປັນຂົ້ວເຕີບໂຕແຫ່ງຊາດ, ກາຍເປັນນະຄອນຂຶ້ນກັບສູນກາງ, ສູນເສດຖະກິດທະເລທີ່ທັນສະໄໝ.
ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ງຽມຊວນແທ່ັງ, ເລຂາພັກແຂວງແຄ໋ງຮ່ວາ ຊີ້ແຈ້ງວ່າ: ແຂວງແຄ໋ງຮ່ວາໃໝ່ ພາຍຫຼັງໄດ້ຮັບການສັບຊ້ອນພວມຢືນຢູ່ຕໍ່ໜ້າຄວາມສາມາດບົ່ມຊ້ອນ, ກາລະໂອກາດໃຫຍ່ເພື່ອກ້າວເຂົ້າສູ່ໄລຍະເລັ່ງຄວາມໄວພັດທະນາ. ພິເສດ, ກົມການເມືອງ ໄດ້ປະກາດໃຊ້ມະຕິເລກທີ 09-NQ/TW ລົງວັນທີ 28 ມັງກອນ 2022, ໄດ້ວາງເປົ້າໝາຍຮອດປີ 2030, ແຂວງແຄ໋ງຮ່ວາ ຈະກາຍເປັນນະຄອນຂຶ້ນກັບສູນກາງ; ເປັນຂົ້ວເຕີບໂຕສູງຂອງພາກພື້ນ ແລະທົ່ວປະເທດ; ແລະກາຍເປັນສູນເສດຖະກິດທາງທະເລທັນສະໄໝ.
ໂດຍຊາບຊຶມຢ່າງເລິກເຊິ່ງບັນດາແຜນນະໂຍບາຍ, ມະຕິຂອງພັກ ແລະຜັນຂະຫຍາຍແຜນນະໂຍບາຍ, ມາດຕະການແກ້ໄຂຍຸດທະສາດຢ່າງຄົບຊຸດ ເພື່ອນຳປະເທດກ້າວເຂົ້າສູ່ “ສັງກາດໃໝ່ - ສັງກາດບືນຕົວຂຶ້ນຂອງຊາດ”, ແຂວງແຄ໋ງຮ່ວາ ໄດ້ຮັບຮູ້ວ່າ ມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ ປ່ຽນແປງໃໝ່ປະດິດຄິດສ້າງ ແລະຫັນເປັນດີຈີຕອນແຫ່ງຊາດ, ຖືກແມ່ນປື້ມຄູ່ມືເປີດທາງ, ຊັກຈູງເພື່ອໃຫ້ແຂວວງ ແຄ໋ງຮ່ວາ ພັດທະນາຢ່າງກ້າວກະໂດດ. ວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງຕ້ອງເປັນກຳລັງໜູນຫຼັກ, ແມ່ນ “ໄມ້ງັດ” ຕັດສິນໃນການພັດທະນາບຸທະລຸທາງດ້ານເສດຖະກິດ-ສັງຄົມຂອງແຂວງ.
    |
 |
|
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ສະຫາຍ ຟ້າມດ້າຍເຢືອງ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ເນັ້ນໜັກວ່າ: ກອງປະຊຸມສໍາມະນາ ດຳເນີນໄປໃນຈຸດເວລາສຳຄັນພິເສດ. ປີ 2026 ແມ່ນປີເປີດສາກໃຫ້ແກ່ແຜນການ 5 ປີ 2026-2030. ນີ້ແມ່ນໄລຍະທີ່ມີຄວາມໝາຍຕັດສິນເພື່ອຫັນບັນດາເປົ້າໝາຍຍຸດທະສາດ 100 ປີ ໃຫ້ປະກົດຜົນເປັນຈິງ: ສູ້ຊົນຮອດປີ 2030 - ເຊິ່ງແມ່ນປີສະເຫຼີມສະຫຼອງ 100 ປີ ສ້າງຕັ້ງພັກ, ຫວຽດນາມ ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ແລະຮອດປີ 2045 ເຊິ່ງແມ່ນປີສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ, ຫວຽດນາມ ກາຍເປັນປະເທດສັງຄົມນິຍົມ ພັດທະນາ, ມີລາຍຮັບສູງ.
ເພື່ອບັນລຸ 2 ເປົ້າໝາຍຍຸດທະສາດ 100 ປີ ຂອງພັກ, ທົ່ວປະເທດເວົ້າລວມ ແລະ ແຂວງແຄ໋ງຮ່ວາ ເວົ້າສະເພາະ ຕ້ອງສ້າງບາດກ້າວບຸກທະລຸດ້ານຄຸນນະພາບໃນການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຕ້ອງຕັດສິນໃຈໃຫ້ບັນລຸການເຕີບໂຕເປັນ “ສອງຕົວເລກ” ໃນໄລຍະ 2026-2030 ແລະຊຸມປີຕໍ່ໄປ. ພ້ອມທັງ, ແຂວງແຄ໋ງຮ່ວາ ຈະເຮັດຫຍັງແດ່ ແລະເຮັດຄືແນວໃດ ເພື່ອຜັນຂະຫຍາຍບັນດາໜ້າທີ່ຈຸດສຸມໃນປີ 2026 ກໍຄືຫັນເປົ້າໝາຍພັດທະນາໄລຍະ 2025-2030 ໃຫ້ປະກົດຜົນເປັນຈິງ.
ນອກຈາກນັ້ນ, ບັນດາບົດປະກອບຄໍາເຫັນ ແລະຄຳຄິດເຫັນທີ່ກອງປະຊຸມສໍາມະນາໄດ້ປະກອບຂໍ້ອ້າງອີງດ້ານວິທະຍາສາດ ແລະພຶດຕິກໍາຕິວຈິງອັນລໍ້າຄ່າ, ປະກອບສ່ວນກໍານົດທິດທາງຍຸດທະສາດ, ມາດຕະການບຸກທະລຸ ເພື່ອພັດທະນາແຂວງແຄ໋ງຮ່ວາ ໃນໄລຍະໃໝ່.
ໂດຍ: ທູຈາງ