leftcenterrightdel
ທ່ານສາດສະດາຈານ ຊຸຍຊາງ ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນຂີດໝາຍທີ່ມີຄວາມໝາຍສຳຄັນພິເສດ, ເປີດໄລຍະພັດທະນາໃໝ່ມີລັກສະນະ “ບຸກທະລຸຍຸດທະສາດ”, ໃນນັ້ນ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະການປະຕິຮູບລະບອບລະບຽບການສວມບົດບາດຫຼັກແຫຼ່ງ. ນັ້ນແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ຊຸຍຊາງ, ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ, ພ້ອມທັງເປັນນັກຊ່ຽວຊານໃຫ້ຄຳວິຈານຂອງລະບົບໂທລະພາບທົ່ວໂລກ ຈີນ.

ກ່ຽວຂ້ອງເຖິງເປົ້າໝາຍບັນລຸລະດັບເຕີບໂຕສູງທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ. ທ່ານ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະແມ່ນກອງປະຊຸມໃຫຍ່ມີຄວາມໝາຍພິເສດ, ກຳນົດທິດຍຸດທະສາດການພັດທະນາຂອງຫວຽດນາມ ໃນຫຼາຍປີຈະມາເຖິງ, ບໍ່ພຽງແຕ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແຜ່​ຂະ​ຫຍາຍອອກສູ່ພາກພື້ນ ແລະໂລກ ໃນສະພາບການທີ່ເຕັມໄປດ້ວຍການຜັນແປ ຄືໃນປະຈຸບັນອີກດ້ວຍ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ