ຕອນບ່າຍວັນທີ 6 ມັງກອນ, ທີ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍທິດທາງໜ້າທີ່ປີ 2026 ຂອງຂະແໜງການເງິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ຫັນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດ ມີຈຸດສຸມ, ຈຸດສໍາຄັນ; ຮ່ວມເດີນທາງ, ໜູນຊ່ວຍຜູ້ປະກອບການ 2,3 ລ້ານຄົນ ຫັນໄປສູ່ວິທີການໃໝ່ທີ່ສະດວກທີ່ສຸດ. ພ້ອມທັງ, ຍູ້ໄວການປ່ອຍເງິນລົງທຶນພາກລັດ ແລະໂຄງລ່າງຍຸດທະສາດ ເພື່ອມາຮອດວັນທີ 31 ມັງກອນ ຈະປ່ອຍ 100% ເງິນລົງທຶນພາກລັດ, ຮັບປະກັນການລົງທຶນກາຍເປັນກໍາລັງໜູນເຕີບໂຕ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍທິດທາງໜ້າທີ່ປີ 2026 ຂອງຂະແໜງການເງິນ. ພາບ: ແທງເຕີມ

ໃນປີ 2026, ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ຂະແໜງການເງິນ ຜັນຂະຫຍາຍທິດນໍາກະທໍາ: "ຄວາມຄາດຫວັງທີ່ເຂັ້ມແຂງແຮງກ້າ - ລະບຽບການນໍາໜ້າ - ບໍລິຫານຢ່າງມີປະສິດທິຜົນ - ນໍາໜ້າໃນການຫັນເປັນດີຈີຕອນ - ບຸກທະລຸໃນດ້ານລາຍຮັບ-ລາຍຈ່າຍ - ການເງິນແບບຍືນຍົງ”: ປະສານສົມທົບຢ່າງກົມກ່ຽວ, ສອດຄ່ອງມີປະສິດທິຜົນລະຫວ່າງນະໂຍບາຍປີການເງິນ ແລະນະໂຍບາຍເງິນຕາ. ສອງນະໂຍບາຍນີ້ຕ້ອງໜູນຊ່ວຍກັນເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກແມ່ນສິ່ງທີ່ສໍາຄັນຍິ່ງເພື່ອບຸກທະລຸ. ໃນແຜນການກະທໍາຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ມີການບຸກທະລຸຫຼາຍຢ່າງ, ໃນນັ້ນ ມີບຸກທະລຸການເຕີບໂຕ 2 ຕົວເລກໃນຊຸມປີຈະມາເຖິງ. ພື້ນຖານການເງິນຕ້ອງຍືນຍົງ, ການລົງທຶນພັດທະນາຕ້ອງມີຈຸດສຸມ, ຈຸດສໍາຄັນ. ລາຍຈ່າຍຕ້ອງປະຢັດ, ຈ່າຍຖືກ, ຈ່າຍຄົບ, ມີປະສິດທິຜົນ, ເພື່ອໃຫ້ພື້ນຖານການເງິນແບບຍືນຍົງ.

ທ່ານ ຟ້າມມິງຈິງ ກໍ່ຮຽກຮ້ອງຕ້ອງເຄື່ອນໄຫວຢ່າງມີປະສິດທິຜົນຮູບແບບອໍານາດການປົກຄອງທ້ອງຖິ່ນສອງຂັ້ນ, ຄຸ້ມຄອງການເງິນ, ຄຸ້ມຄອງຊັບສົມບັດ; ຍູ້ແຮງການແບ່ງຂັ້ນຢ່າງລະອຽດ; ພັດທະນາເສດຖະກິດເອກະຊົນ, ສ້າງ “ລະບົບນິເວດ” ສະດວກໃຫ້ບັນດາວິສາຫະກິດພາກເອກະຊົນເຕີບໃຫຍ່ເຂັ້ມແຂງ, ກ້າລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີສູງ, ເຄິ່ງຊັກນໍາໄຟຟ້າ ແລະໂຄງລ່າງທີ່ມີຂະໜາດໃຫຍ່; ນໍາໜ້າໃນການຫັນເປັນດີຈີຕອນ ແລະຍູ້ແຮງການເຊື່ອມໂຍງເຂົ້າກັບການເງິນສາກົນ.

ໂດຍ: ໄຊນີດາ