ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ເລຮວ່າຍຈູງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ  XIV ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍບາດລ້ຽວ, ເປັນຂີດໝາຍສຳຄັນພິເສດໃນວິວັດການພັດທະນາຂອງຫວຽດນາມ.

ແຈ້ງຂ່າວກ່ຽວກັບວິວັດການກະກຽມໃຫ້ກອງປະຊຸມໃຫຍ່, ທ່ານລັດຖະມົນຕີ ເລຮວ່າຍຈູງ ໃຫ້ຮູ້ວ່າ, ວຽກງານສ້າງເອກະສານໄດ້ມີການປ່ຽນແປງໃໝ່ໂດຍພື້ນຖານ, ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງການສືບຕໍ່ປ່ຽນແປງໃໝ່ກ່ຽວກັບວິທີເຮັດ ແລະຈິນຕະນາການ. ວຽງການບຸກຄະລາກອນກອງປະຊຸມ ໄດ້ດໍາເນີນຢ່າງລະອຽດ, ໜັ້ກແໜ້ນ, ລະມັດລະວັງ, ຊັດເຈນ ແລະຖືນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອ “ນໍາວິໄສທັດ ແລະຄວາມຫວັງໃຫ້ກາຍເປັນໝາກຜົນ".

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XIV ຂອງພັກກອມມູນິດຫວຽດນາມ. ພາບ: baoquocte.vn

ເມື່ອເຕື້ອງເຖິງແນວທາງພົວພັນຕ່າງປະເທດໃນເອກະສານກອງປະຊຸມໃຫຍ່ສະບັບຕ່າງໆ, ທ່ານລັດຖະມົນຕີ ເລຮວ່າຍຈູງ ເນັ້ນໜັກເຖິງລັກສະນະສືບທອດແນວທາງພົວພັນຕ່າງປະເທດ ໄລຍະປ່ຽນແປງໃໝ່, ພ້ອມທັງເພີ່ມເຕີມທັດສະນະຊີ້ນໍາເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຍູ້ແຮງການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນແມ່ນໜ້າທີ່ຈຸດສຸມ, ເປັນປະຈໍາ.

ທ່ານລັດຖະມົນຕີ ກ່າວວ່າ: “ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ. ຮັບປະກັນຜົນປະໂຫຍດຂອງປະເທດ-ຊົນຊາດຢ່າງສູງສຸດ ບົນພື້ນຖານຫຼັກການໂດຍພື້ນຖານຂອງກົດບັດສະຫະປະຊາຊາດ, ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເຂົ້າຮ່ວມຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນຫາລວມຂອງພາກພື້ນ ແລະສາກົນ”.

ບັນດາເອກອັກຄະລັດຖະທູດ, ອົງການຕາງໜ້າຕ່າງປະເທດ ປະຈໍາ ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ  XIV ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ທູຈາງ