ສະຫາຍ ທອງລຸນ ສີສຸລິດ ທີ່ຮັກແພງ,
ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊ ແລະຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ. ສິ່ງດັ່ງກ່າວເປັນການຮັບຮູ້ຂອງພັກ, ລັດ ແລະປະຊາຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ສະຕິປັນຍາ ແລະຄວາມມຸ່ງມາດປາຖະໜາຂອງສະຫາຍ ຕະຫຼອດໄລຍະທີ່ຜ່ານມາ. ຄວາມໄວ້ວາງໃຈສູງຂອງທົ່ວພັກ, ທົ່ວປວງຊົນລາວ ທີ່ມີຕໍ່ສະຫາຍ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ໃນການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ບົນເສັ້ນທາງແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ້າພະເຈົ້າ, ສຸດທີ່ປິຕິຊົມຊື່ນ ແລະຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ໂດຍສະເພາະ ການປະດິດສ້າງໃນການວາງອອກບັນດາວິໄສທັດຍຸດທະສາດ ແລະເປົ້າໝາຍ, ໜ້າທີ່ສໍາຄັນ ຊຶ່ງ ພັກ ວາງອອກໃຫ້ແກ່ພາລະກິດການພັດທະນາໄລຍະຍາວຂອງ ສປປ ລາວ ໃນຕໍ່ໜ້າ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ບົດບາດອັນສໍາຄັນຂອງສະຫາຍ, ທົ່ວພັກ, ທົ່ວປວງຊົນລາວ ແນ່ນອນຈະບັນລຸບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.
    |
 |
|
ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII. ພາບ: kpl.gov.la |
ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດສະໜົມໃກ້ຊິດ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງຊາດ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ອອກແຮງເພີ່ມພູນຄູນສ້າງ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ໃນຕະຫຼອດໄລຍະເສັ້ນທາງປະຫວັດສາດ ໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ແລະກາຍເປັນກົດເກນການພັດທະນາລວມຂອງສອງປະເທດ ບົນເສັ້ນທາງພັດທະນາປະເທດຊາດ ໃຫ້ວັດທະນາຖາວອນ, ປະຊາຊົນກິນອີ່ມນຸ່ງອຸ່ນ ແລະມີຄວາມຜາສຸກ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນຖານະຕໍາແໜ່ງອັນສູງສົ່ງຂອງຕົນ, ສະຫາຍ ຈະສືບຕໍ່ມີການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະພັດທະນາສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ເຂັ້ມແຂງຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດ ແລະ ຄວາມປາດຖະໜາຂອງປະຊາຊົນສອງຊາດ.
ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ສະຫາຍ ສືບຕໍ່ຍາດໄດ້ຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງຕົນ, ສືບຕໍ່ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ລັດ ແລະ ປະຊາຊົນລາວ, ພ້ອມກັບບັນດາສະຫາຍການນໍາ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ ສືບຕໍ່ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ນັບມື້ເລິກເຊິ່ງຍິ່ງໆຂຶ້ນ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບສະຫາຍ ໄປຢ້ຽມຢາມ ສສ ຫວຽດນາມ ໃນໄວໆນີ້ ເພື່ອພວກເຮົາ ຈະໄດ້ຮ່ວມກັນປຶກສາຫາລືບັນດາບັນຫາຍຸດທະສາດ ແລະ ກໍານົດບັນດາທິດທາງໃຫຍ່ ໃຫ້ແກ່ການພັດທະນາອັນຈົບງາມໃນອະນາຄົດ ຂອງການພົວພັນຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດ.
ໃນໂອກາດປີໃໝ່ສາກົນ 2026, ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ່າວ: ໜັງສືພິມປະຊາຊົນລາວ