    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະບັນດາສະຫາຍການນໍາ, ອະດີດການນໍາພັກ, ລັດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ສົມເປັນອົງການຕາງໜ້າສູງສຸດຂອງປະຊາຊົນ
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນເຫດການປະຫວັດສາດອັນສໍາຄັນຍິ່ງເທົ່ານັ້ນ, ຫາກຍັງແມ່ນຈຸດເວລາທີ່ມີຄວາມໝາຍອັນເລິກເຊິ່ງເພື່ອຫວນຄືນໄລຍະທາງແຫ່ງການສ້າງສາ ແລະພັດທະນາຂອງພື້ນຖານປະຊາທິປະໄຕປະຕິວັດຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນທີ່ໄດ້ຕັ້ງພື້ນຖານໃຫ້ແກ່ສິດເປັນເຈົ້າຂອງປະຊາຊົນ, ພ້ອມທັງຢັ້ງຢືນການຕັດສິນໃຈດ້ານການເມືອງຂອງທົ່ວພັກ ແລະທົ່ວປວງຊົນໃນການສືບຕໍ່ປ່ຽນແປງໃໝ່, ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ນຳປະເທດພັດທະນາຢ່າງວ່ອງໄວ ແລະຍືນຍົງໃນສັງກາດໃໝ່ - ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນຊີ້ນໍາທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ທີ່ພິທີສະເຫຼີມສະຫຼອງ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດຫວນຄືນບັນດາຜົນງານອັນໃຫຍ່ຫຼວງຂອງສະພາແຫ່ງຊາດໃນຕະຫຼອດໄລຍະ 80 ປີ ທີ່ຮ່ວມເດີນທາງພ້ອມກັບຊົນຊາດ.
ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ວັນທີ 6 ມັງກອນ 1946 ແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອເຫຼື້ອງທີ່ເປີດໄລຍະແຫ່ງການພັດທະນາໃຫຍ່ຂອງຊາດຫວຽດນາມ. ໄຊຊະນະຂອງການເລືອກຕັ້ງທົ່ວປະເທດ ໄດ້ຢັ້ງຢືນຢ່າງໝັ້ນແກ່ນສິດເປັນເຈົ້າຂອງປະຊາຊົນ, ຈາກຊາຕາກໍາ ເປັນຂ້າທາດລຸກຂຶ້ນຍາດເອົາເອກະລາດ, ຈັດຕັ້ງເປັນລັດຂອງຕົນ, ດ້ວຍພື້ນຖານນິຕິກຳຢ່າງຄົບຖ້ວນທີ່ເປັນຕົວແທນໃຫ້ແກ່ປະຊາຊົນເຮົາທັງຢູ່ພາຍໃນປະເທດ ແລະສາກົນ ແລະເປັນລັດປະຊາທິປະໄຕ ແຫ່ງທຳອິດ ຢູ່ອາຊີຕາເວັນອອກສຽງໃຕ້.
ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ, ໃນຕະຫຼອດໄລຍະ 80 ປີທີ່ຜ່ານມາ ດ້ວຍ 15 ສະໄໝ, ບໍ່ວ່າໃນສະພາບການໃດ, ສະພາແຫ່ງຊາດ ລ້ວນແຕ່ມີການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ, ສົມເປັນອົງການຕາງໜ້າສູງສຸດຂອງປະຊາຊົນ, ອົງການອໍານາດແຫ່ງລັດສູງສຸດ ແລະເປັນບ່ອນເຕົ້າໂຮມສະຕິປັນຍາ, ເຈດຈໍານົງ ແລະຄວາມມຸ່ງມາດປາດຖະໜາຂອງທົ່ວປວງຊົນທັງຊາດ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວສູນທອນພົດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທໍາອິດ. ພາບ: qdnd.vn |
ທ່ານປະທານສະພາແຫ່ງຊາດ ສະແດງວ່າ: “ສະມາຊິກສະພາແຫ່ງຊາດ ແຕ່ລະຄົນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງຕໍ່ຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ ທີ່ວ່າ: ຕ້ອງມານະພະຍາຍາມຮັກສາພື້ນຖານເອກະລາດໃຫ້ແກ່ປະເທດຊາດ, ພະຍາຍາມສະແຫວງຫາຄວາມຜາສຸກໃຫ້ແກ່ພີ່ນ້ອງຮ່ວມຊາດ, ຍາມໃດກໍຕ້ອງຈົດຈໍາ ແລະປະຕິບັດຫຼັກການຍ່ອມເສຍສະຫຼະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດ ຢູ່ສະເໝີ”.
ກໍ່ສ້າງສະພາແຫ່ງຊາດ ເປັນຕົວແທນທີ່ມີຊີວິດຊີວາຂອງລັດແຫ່ງກົດໝາຍ ສັງຄົມນິຍົມ
ທ່ານປະທານສະພາແຫ່ງຊາດ ຍັງຊີ້ແຈ້ງວ່າ ບັນດາໜ້າທີ່ ແລະຄວາມຮຽກຮ້ອງຕ້ອງການໃນໄລຍະພັດທະນາໃໝ່ຂອງປະເທດຮຽກຮ້ອງໃຫ້ສະພາແຫ່ງຊາດ, ອົງການຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຕ້ອງມານະພະຍາຍາມ, ຕັດສິນໃຈສູງກວ່າອີກ; ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ແກ້ໄຂຂໍ້ຈຳກັດ, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການໃນການສ້າງກົດໝາຍ, ຍົກສູງຄວາມສາມາດ ແລະປະສິດທິຜົນການເຄື່ອນໄຫວ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ ເພື່ອການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະເທດ, ເພື່ອຊີວິດທີ່ອີ່ມໜໍາສໍາລານ ແລະຄວາມຜາສຸກຂອງປະຊາຊົນ.
    |
 |
|
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ໃນສະເພາະໜ້າຕ້ອງຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2026-2031; ຕັດສິນໃຈພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະລະບົບການເມືອງ ປະຕິບັດບັນດາຄາດໝາຍ, ໜ້າທີ່ທີ່ພັກ ແລະລັດ ໄດ້ວາງອອກ ຢ່າງມີໄຊ.
ທ່ານ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ: “ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ນໍາໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ; ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນສູງຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນທົ່ວປະເທດ, ພີ່ນ້ອງຮ່ວມຊາດເຮົາຢູ່ຕ່າງປະເທດ ແລະເພື່ອນມິດສາກົນ; ພ້ອມກັບສະຕິປັນຍາ, ຄຸນທາດການເມືອງອັນໜັກແໜ້ນ, ຄວາມມຸ່ງມາດປາດຖະໜາຢາກປ່ຽນແປງໃໝ່ ແລະຈິດໃຈຮັບໃຊ້ປະຊາຊົນ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ພະຍາຍາມສູ້ຊົນ, ກໍ່ສ້າງສະພາແຫ່ງຊາດ ໃຫ້ສົມເປັນສະພາແຫ່ງຊາດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ເປັນອົງການຕາງໜ້າສູງສຸດຂອງປະຊາຊົນ, ເປັນອົງການອຳນາດແຫ່ງລັດສູງສຸດ, ເປັນຕົວແທນທີ່ມີຊີວິດຊີວາຂອງລັດແຫ່ງກົດໝາຍສັງຄົມນິຍົມທີ່ແທ້ຈິງ, ທຸກສິ່ງທຸກຢ່າງເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ”.
ໂດຍ: ໄຊຊະນະ