ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບສະຫະພັນລັດເຊຍ; ຕີລາຄາສູງການພັດທະນາຢ່າງວ່ອງໄວຂອງກຸ່ມບໍລິສັດ AFK Sistema ແລະໄດ້ມີການເຮັດວຽກກັບບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງຫວຽດນາມ ເພື່ອຊຸກຍູ້ການພົວພັນ ແລະຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ກໍານົດທິດ ໂດຍທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກມາໃນການຢ້ຽມຢາມລັດເຊຍ ເມື່ອເດືອນພຶດສະພາ ປີ 2025, ປະກອບສ່ວນຢ່າງແທດຈິງນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິພາບກວ່າ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Vladimir Petrovich Yevtushenkov ປະທານກຸ່ມບໍລິສັດ AFK Sistema. ພາບ: ສໍານັກຂ່າວສານຫວຽດນາມ. |
ສະເໜີກຸ່ມບໍລິສັດ ຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິພາບກວ່າອີກ ກັບບັນດາວິສາຫະກິດຂອງຫວຽດນາມ ເພື່ອຫັນບັນດາຂໍ້ຕົກລົງຂອງການນຳຂັ້ນສູງໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຂົງເຂດຮ່ວມມືຈໍານວນໜຶ່ງ ທີ່ ລັດເຊຍ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ ເຊັ່ນ: ການກໍ່ສ້າງ ແລະເຊື່ອມຕໍ່ຖານຂໍ້ມູນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ຄວາມໝັ້ນຄົງທາງໄຊເບີ, ທະນາຄານ, ການຢາ, ພະລັງງານນິວເຄຼຍ ເພື່ອສັນຕິພາບ, ໂທລະຄົມມະນາຄົມ, ພັດທະນາຕະຫຼາດຊັບສິນດີຈີຕອນຢູ່ຫວຽດນາມ, ພ້ອມທັງຊຸກຍູ້ບັນດາໂຄງການຂຸດຄົ້ນໃຕ້ດິນ, ຍານອາວະກາດ, ໃນນັ້ນມີການພັດທະນາລົດໄຟຟ້າໃຕ້ດິນຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ, ການຮ່ວມມືດ້ານການທ່ອງທ່ຽວ...
ແຈ້ງໃຫ້ຊາບກ່ຽວກັບທິດທາງການພັດທະນາຂອງຫວຽດນາມ, ໂດຍສະເພາະແມ່ນບັນດາຂົງເຂດບຸລິມະສິດຂອງຫວຽດນາມ ທີ່ລັດເຊຍ ມີທ່າແຮງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມກະກຽມຜັນຂະຫຍາຍກົນໄກປະຕູດຽວການລົງທຶນແຫ່ງຊາດ ເພື່ອໜູນຊ່ວຍກຸ່ມບໍລິສັດ ໃນການຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມື, ສົ່ງເສີມການຄ້າ ແລະການລົງທຶນຢູ່ຫວຽດນາມ; ສະເໜີກຸ່ມບໍລິສັດ ແລະບັນດາບໍລິສັດສະມາຊິກ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນປະສົບການໃນການບໍລິຫານ; ໜູນຊ່ວຍການບຳລຸງສ້າງຊັບພະຍາກອນມະນຸດ ແລະການຖ່າຍທອດເຕັກໂນໂລຊີ... ໃຫ້ແກ່ຫວຽດນາມ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ຂອບໃຈທ່ານນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານ Yevtushenkov ໃຫ້ຮູ້ວ່າ AFK Sistema ແມ່ນກຸ່ມບໍລິສັດເອກະຊົນໃຫຍ່ທີ່ສຸດຂອງສະຫະພັນລັດເຊຍ ດ້ວຍພະນັກງານປະມານ 300.000 ຄົນ. AFK Sistema ລົງທຶນຢູ່ລັດເຊຍ ແລະຢູ່ຫຼາຍປະເທດໃນບັນດາຂົງເຂດ: ໂທລະຄົມມະນາຄົມ, ການບໍລິການດີຈີຕອນ, ເຕັກໂນໂລຊີສູງ, ການຄ້າເອເລັກໂຕນິກ, ສາທາລະນະສຸກ, ອຸດສາຫະກຳໄມ້ ແລະກໍ່ສ້າງເຮືອນໄມ້, ກະສິກຳ, ການຢາ, ການບໍລິການພັກເຊົາ… ເປົ້າໝາຍຂອງກຸ່ມບໍລິສັດ ແມ່ນກາຍເປັນກອງທຶນລົງທຶນດ້ານເຕັກໂນໂລຊີສູງຊັ້ນນຳຂອງໂລກ.
ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະຄຳໝັ້ນສັນຍາຈະພະຍາຍາມຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດທີ່ທ່ານນາຍົກລັດຖະມົນຕີ ຍົກອອກມາ, ທ່ານ Yevtushenkov ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງວິສາຫະກິດລັດເຊຍ; AFK Sistema ປາດຖະໜາຢາກເພີ່ມອັດຕາການຫັນເປັນພາຍໃນຂຶ້ນ ແລະພ້ອມແລ້ວທີ່ຈະຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງບຸກຄະລາກອນໃຫ້ແກ່ຫວຽດນາມ.
ໂດຍ: ໄຊຊະນະ