ພົບປະກັບບັນດາອົງການຜູ້ຕາງໜ້າການທູດ ແລະສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ
ກປ.ອອນໄລ - ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານການພົບປະປະຈຳປີຂອງກະຊວງການຕ່າງປະເທດ ກັບບັນດາອົງການຜູ້ຕາງໜ້າການທູດ ແລະອົງການສໍານັກຂ່າວສານ, ສື່ມວນຊົນ ປະຈຳ ຫວຽດນາມ.
ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ແບ່ງປັນວ່າ ສຳລັບຫວຽດນາມ, ປີ 2025 ແມ່ນປີທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈດ້ວຍບັນດາຂີດໝາຍປະຫວັດສາດ ແລະບາດກ້າວບຸກທະລຸຍຸດທະສາດ.
    |
 |
|
ຜູ້ແທນເຂົ້າຮ່ວມການພົບປະ. ພາບ: ຈ່າຫງວຽນ |
ການເຄື່ອນໄຫວພົວພັນຕ່າງປະເທດ ໃນປີ 2025 ໄດ້ດຳເນີນໄປຢ່າງຟົດຟື້ນ. ພ້ອມກັບການຮັກສາການພົວພັນທາງການທູດກັບ 194 ປະເທດ, ຫວຽດນາມ ໄດ້ຍົກລະດັບການພົວພັນກັບ 17 ປະເທດ, ນໍາຍອດຈຳນວນຄູ່ຮ່ວມມືຢູ່ລະດັບຄູ່ຮ່ວມມືຮອບດ້ານສູງກວ່າ 42. ເລື່ອງໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ອາຍຸການ 2026-2028 ດ້ວຍຈຳນວນຄະແນນສຽງສູງ; ຈັດຕັ້ງບັນດາເຫດການຫຼາຍຝ່າຍໃຫຍ່ປະສົບຜົນສໍາເລັດ, ຄື: ພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍອາດຊະຍາກຳທາງໄຊເບີ; ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2 ແລະກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະເປົ້າໝາຍທົ່ວໂລກ (P4G)... ສືບຕໍ່ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເປັນໜ້າໄວ້ເນື້ອເຊື່ອໃຈ ແລະສະມາຊິກເປັນເຈົ້າການ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ເນັ້ນໜັກວ່າ ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນປີຜ່ານມາຍາມໃດກໍ່ມີການຮ່ວມເດີນທາງ, ຮ່ວມມື ແລະການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນມິດສາກົນ, ໃນນັ້ນມີບັນດາອົງການຜູ້ຕາງໜ້າການທູດ, ນັກຂ່າວ, ຜູ້ຊ່ວຍວຽກຂອງຫ້ອງການສື່ມວນຊົນຕ່າງປະເທດ ປະຈໍາ ຫວຽດນາມ - ບັນດາຜູ້ສວມບົດບາດການເຊື່ອມຕໍ່, ແຜ່ຂະຫຍາຍຮູບພາບຫວຽດນາມທີ່ຂະຫຍັນຂັນເຄື່ອນ ແລະເປັນມິດມາກັບປະຊາຄົມສາກົນຢ່າງພາວະວິໄສ, ໃກ້ຊິດ ແລະມີຊີວິດຊີວາ.
ໂດຍ: ຄໍາແພງ