ຫວຽດນາມ-ລາວ ຮ່ວມເດີນທາງເພື່ອການພັດທະນາແບບຍືນຍົງ ແລະຄວາມວັດທະນາຖາວອນລວມ
ກປ.ອອນໄລ - ຕອນບ່າຍວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ແນໃສ່ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ-ລາວ, ກໍ່ຄືແບ່ງປັນທັດສະນະກ່ຽວກັບບາງບັນຫາໃນໂລກ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈູງ ເນັ້ນໜັກວ່າ ວຽກງານພົວພັນຕ່າງປະເທດຜ່ານມາໄດ້ສ້າງຂີດໝາຍສຳຄັນ, ເປີດໜ້າໃໝ່, ຍົກລະດັບການພົວພັນລະຫວ່າງສອງພັກ, ສອງລັດຂຶ້ນສູ່ລະດັບໃໝ່ດ້ວຍເນື້ອໃນຢ່າງເລິກເຊິ່ງກວ່າອີກ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນກັບຕາການພົວພັນ ຫວຽດນາມ-ລາວ ພັດທະນາຢ່າງແຂງແຮງດ້ວຍລະດັບສູງໃໝ່, ຕີລາຄາສູງການສອງຝ່າຍຮັກສາການພົບປະຂັ້ນສູງເປັນປະຈໍາ, ສະແດງໃຫ້ເຫັນຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
    |
 |
|
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການສົນທະນາທາງໂທລະສັບ, ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມືຕາມຂອບເຂດ, ກໍານົດໃໝ່, ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”; ຂອບເຂດການພົວພັນໃໝ່ສະແດງໃຫ້ເຫັນວິໄສທັດຮ່ວມ, ຜົນປະໂຫຍດຍຸດທະສາດທີ່ສະຫຼັບກັນ ແລະການກໍານົດທິດຮ່ວມເດີນທາງອັນຍາວນານເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມວັດທະນາຖາວອນລວມຂອງສອງຊາດ.
ສອງຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ; ເຫັນດີເປັນເອກະພາບຕັ້ງໜ້າແລກປ່ຽນຕີລາຄາສະພາບການ ແລະສົມທົບກັນຢ່າງແໜ້ນແຟ້ນຫຼັກໝັ້ນໃນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ພາກພື້ນ, ພິເສດແມ່ນໃນຂອບອາຊຽນເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ.
ໂດຍ: ຄໍາແພງ