ທີ່ການສົນທະນາທາງໂທລະສັບ, ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ ໃນໄລຍະຜ່ານມາ; ເຫັນດີຮັບຮອງເອົາໂຄງການດໍາເນີນງານຢ່າງເປັນທາງການໂດຍໄວ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ ໄລຍະ 2026-2030 ແນໃສ່ວາງອອກກຳນົດທິດຢ່າງລະອຽດໃຫ້ແຕ່ລະຂົງເຂດເສົາຄໍ້າ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 20 ຕື້ໂດລາສະຫະລັດໂດຍໄວຕາມທິດສົມດູນກວ່າ.

leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການຄ້າເຂົ້າ, ທະເລ ແລະມະຫາສະໝຸດ, ໃນນັ້ນບຸລິມະສິດການຮ່ວມມືດ້ານນ້ຳມັນອາຍແກັສລະຫວ່າງກຸ່ມບໍລິສັດອຸດສາຫະກຳ ແລະພະລັງງານແຫ່ງຊາດຫວຽດນາມ (Petrovietnam) ແລະກຸ່ມບໍລິສັດ Petronas ຂອງມາເລເຊຍ; ການຮ່ວມມືປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກຳນົດ (IUU).

ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີສອງທ່ານ  ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຜັນແປເຄັ່ງຕຶງລະຫວ່າງກໍາປູເຈຍ ແລະໄທ; ຫວັງວ່າສອງຝ່າຍຈະໃຊ້ຄວາມອົດກັ້ນ, ບໍ່ນໍາໃຊ້ອາວຸດ, ດຳເນີນການເຈລະຈາ, ແກ້ໄຂໂດຍສັນຕິວິທີ; ເຫັນດີເປັນເອກະພາບຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນອື່ນປັບປຸງຄວາມສາມັກຄີ, ຮັກສາບົດບາດໃຈກາງຂອງອາຊຽນ, ເສີມຂະຫຍາຍກົນໄກຂອງອາຊຽນ ເພື່ອຊຸກຍູ້ການເຈລະຈາ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຂອງພາກພື້ນ.

ໂດຍ: ຄໍາແພງ