ທີ່ການສົນທະນາທາງໂທລະສັບ, ທ່ານ ຟ້າມມິງຈິ໋ງ ໄດ້ຕີລາຄາສູງໃນໄລຍະຜ່ານມາ, ສອງຝ່າຍໄດ້ແລກປ່ຽນຢ່າງຕັ້ງໜ້າໃນທຸກລະດັບ, ລວມທັງລະດັບສູງທີ່ສຸດ. ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະກັບປະທານາທິບໍດີ ແລະນາຍົກລັດຖະມົນຕີ ສະຫະພັນລັດເຊຍ. ສອງຝ່າຍລ້ວນແຕ່ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມື, ນໍາບັນດາໂຄງການໄດ້ຮັບການຜັນຂະຫຍາຍປະຕິບັດໂດຍໄວ ເພື່ອຮັບໃຊ້ຄວາມຕ້ອງການພັດທະນາຂອງຫວຽດນາມ ໃນໄລຍະທີ່ສຳຄັນນີ້. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ສະເໜີໃຫ້ຝ່າຍ Rosatom ຕັ້ງໜ້າສົມທົບ, ໜູນຊ່ວຍຫວຽດນາມ ໃນການພັດທະນາຂະແໜງພະລັງງານປະລະມານູ ເພື່ອເປົ້າໝາຍສັນຕິພາບ.

ສວນທ່ານ  Alexey Likhachev ໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ເວົ້າລວມ ແລະທ່ານນາຍົກລັດຖະມົນຕີ ເວົ້າສະເພາະ ທີ່ໄດ້ເຊື່ອໝັ້ນ ແລະເລືອກເຟັ້ນລັດເຊຍ ເປັນຄູ່ຮ່ວມມືພັດທະນາຂະແໜງອຸດສາຫະກຳພະລັງງານປະລະມານູ. Rosatom ໃຫ້ຄຳໝັ້ນສັນຍາທີ່ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ເພື່ອແນໃສ່ຫັນຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງ. ພິເສດ, ຝ່າຍ Rosatom ພ້ອມແລ້ວທີ່ຈະຮ່ວມມື, ພ້ອມກັບຫວຽດນາມ ໃນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ກໍຄືໃນການກໍ່ສ້າງສູນນິວເຄຼຍແຫ່ງໃໝ່ທີ່ທັນສະໄໝ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ສົນທະນາທາງໂທລະສັບ ກັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Rosatom ຂອງລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການສົນທະນາທາງໂທລະສັບ, ທ່ານ ຟ້າມມິງຈິ໋ງ ແລະຜູ້ອຳນວຍການໃຫຍ່ຂອງ Rosatom ໄດ້ປຶກສາຫາລືບາງເນື້ອໃນລະອຽດກ່ຽວກັບການພັດທະນາຂະແໜງອຸດສາຫະກຳພະລັງງານປະລະມານູ ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມບໍລິສັດ Rosatom ສືບຕໍ່ໜູນຊ່ວຍຫວຽດນາມໃນການກໍ່ສ້າງ, ພັດທະນາບັນດາສູນຄົ້ນຄວ້ານິວເຄຼຍ; ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄຸ້ມຄອງລັດໃນຂົງເຂດພະລັງງານປະລະມານູ; ການຮ່ວມມືລົງທຶນກັບຫວຽດນາມ ໃນຂົງເຂດພະລັງງານປະລະມານູສຳຄັນ ທີ່ຮັບໃຊ້ພົນລະເຮືອນ, ເຊັ່ນ: ການແພດນິວເຄຼຍ ແລະ ການປິ່ນປົວດ້ວຍລັງສີ.

ທ່ານ Alexey Likhachev ໃຫ້ຮູ້ວ່າ Rosatom ຈະຖ່າຍທອດເຕັກໂນໂລຊີ; ໜູນຊ່ວຍຫວຽດນາມ ໃນການພັດທະນາຂະແໜງວິທະຍາສາດ ແລະອຸດສາຫະກຳນິວເຄຼຍ... ເພື່ອນຳໃຊ້ພະລັງງານນິວເຄຼຍເພື່ອເປົ້າໝາຍສັນຕິພາບ, ພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

ໂດຍ: ທູຈາງ