ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາກົດໝາຍຫຼາຍສະບັບ
ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 1 ກໍລະກົດ 2026.
ຕອນເຊົ້າວັນທີ 10 ທັນວາ, ດ້ວຍການເຫັນດີເຫັນພ້ອມສ່ວນຫຼາຍຂອງສະມາຊິກສະພາແຫ່ງຊາດຫວຽດນາມ ທີ່ເຂົ້າຮ່ວມ, ສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍ 19 ສະບັບ, ມະຕິ 3 ສະບັບ, ໃນນັ້ນ ມີກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ), ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ໝວດມະຕິ, ກົດໝາຍໃນຂົງເຂດການສຶກສາ; ກົດໝາຍວ່າດ້ວຍການປະຢັດ, ຕ້ານການຟູມເຟືອຍ…
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: quochoi.vn |
ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 1 ກໍລະກົດ 2026. ແລະກໍ່ຈະມີຜົນສັກສິດໃນວັນທີ 1 ກໍລະກົດ 2026, ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັງປຸງ) ໄດ້ກຳນົດຫຼາຍຈຸດໃໝ່. ທ່ານ ຫງວຽນດັກວິງ, ປະທານກຳມາທິການວັດທະນະທຳສັງຄົມຂອງສະພາແຫ່ງຊາດ ໄດ້ແຈ້ງຂໍ້ມູນວ່າ:
“ການກຳນົດແຈ້ງບັນດາຮູບແບບສື່ມວນຊົນໃນສະພາບການໃໝ່. ເພີ່ມເຕີມບັນດານະໂຍບາຍພັດທະນາສື່ມວນຊົນ ແລະແຫຼ່ງກຳລັງປະຕິບັດຈາກກົນໄກການເງິນຕະຫຼອດຮອດການລົງທຶນພື້ນຖານໂຄງລ່າງ ແລະໃຫ້ບຸລິມະສິດພາສີຕາມທິດທີ່ມີຄວາມເປັນໄປໄດ້ສູງກວ່າ; ກໍານົດອົງການສື່ມວນຊົນຫຼັກແຫຼ່ງ ມັນຕີ ມີເດຍ; ປັບປຸງຂໍ້ກຳນົດກ່ຽວກັບການເຄື່ອນໄຫວສື່ມວນຊົນທາງອິນເຕີເນັດ, ການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI)… ໃຫ້ສົມບູນແບບ”.
ສະພາແຫ່ງຊາດ ກໍ່ຮັບຮອງເອົາມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ, ລື່ນກາຍຢ່າງເຫັນໄດ້ຊັດເພື່ອປະຕິບັດບາດກ້າວກະໂດດຂັ້ນໃນການພັດທະນາການສຶກສາ ແລະບຳລຸງສ້າງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ