leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກວດແຖວກຽດຕິຍົດ ທີ່ພິທີ.ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານ ເລືອງເກື່ອງ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພະນັກງານ, ນັກຮົບຮຸ່ນຕ່າງໆຂອງກຳລັງປະກອບອາວຸດທະຫານເຂດ 7 ໃນແຕ່ລະໄລຍະ; ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະຊົມເຊີຍບັນດາຜົນງານ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດທະຫານເຂດ 7 ຕໍ່ພາລະກິດປະຕິວັດຂອງພັກ, ຂອງຊາດ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ທ່ານປະທານປະເທດ ຊີ້ແຈ້ງວ່າ, ຜ່ານ 80 ປີແຫ່ງການສູ້ຮົບ, ສ້າງສາ ແລະເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ການນຳພາ, ຊີ້ນໍາຂອງສູນກາງພັກ, ເປັນປະຈຳ ແລະໂດຍກົງຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພະນັກງານ, ນັກຮົບຮຸ່ນຕ່າງໆຂອງກໍາລັງປະກອບອາວຸດທະຫານເຂດ 7 ໄດ້ສືບທອດ, ຮັກສາ, ເສີມຂະຫຍາຍມູນເຊື້ອວິລະຊົນ ແລະບໍ່ຍອມຈໍານົນໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາຂອງຊາດຫວຽດນາມ; ສ້າງຜົນງານອັນລໍ້າເລີດ, ປະກອບສ່ວນອັນໃຫຍ່ຫຼວງພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍຄືໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະເຮັດຫຼ້ອນໜ້າທີ່ສາກົນອັນສະຫງ່າລາສີ; ສ້າງເປັນມູນເຊື້ອ “ຈົ່ງຮັກພັກດີອັນລົ້ນເຫຼືອ, ເປັນເຈົ້າການມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມັກຄີເດັດຂາດມີໄຊ”, ປະກອບສ່ວນເສີມສ້າງມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ ແລະຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ທີ່ປະຊາຊົນຮັກແພງມອບໃຫ້.

leftcenterrightdel
 
leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ປະດັບຫຼຽນກາວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃສ່ທຸງໄຊ; ມອບທຸງ ແລະໃບຢັ້ງຢືນນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກຳລັງປະກອບອາວຸດທະຫານເຂດ 7. ພາບ: qdnd.vn

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນໄລຍະໃໝ່, ເພື່ອເຮັດສໍາເລັດໜ້າທີ່ວຽກງານ, ທ່ານປະທານປະເທດ ສະເໜີໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 7 ຕ້ອງຢຶດໝັ້ນການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ, ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢູ່ສະເໝີ; ສືບຕໍ່ຊາບຊຶມແນວຄິດການທະຫານຂອງປະທານໂຮ່ຈີມິນ, ແນວທາງການທະຫານ, ການປ້ອງກັນຊາດ ແລະການຕ່າງປະເທດຂອງພັກ, ພິເສດແມ່ນຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ທີ່ຈະມາເຖິງນີ້ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກທະຫານເຂດ 7 ອາຍຸການ 2025-2030 ຢ່າງມີປະສິດທິຜົນ. ທະຫານເຂດຕ້ອງກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການ ໃຫ້ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບແຜນນະໂຍບາຍ, ມາດຕະການແກ້ໄຂໃຫ້ຖືກຕ້ອງ, ທັນການ; ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ທະເລ, ໝູ່ເກາະຂອງປະເທດຊາດແຕ່ຫົວທີ່, ແຕ່ທາງໄກໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ຕາງໜ້າໃຫ້ການນໍາພັກ, ລັດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ປະດັບຫຼຽນກາວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃສ່ທຸງໄຊຂອງກໍາລັງປະກອບອາວຸດທະຫານເຂດ 7; ມອບທຸງ ແລະໃບຢັ້ງຢືນນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກຳລັງປະກອບອາວຸດທະຫານເຂດ 7 ຍ້ອນມີຜົນງານດີເດັ່ນໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ກໍ່ສ້າງກອງທັບປະຊາຊົນ, ປັບປຸງການປ້ອງກັນຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ໂດຍ: ໄຊຊະນະ