ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຕໍ່ຜົນການເຮັດວຽກລະຫວ່າງຄະນະຜູ້ແທນສະພາຄວາມໝັ້ນຄົງສະຫະພັນລັດເຊຍ ກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ; ຮັບຮູ້ເນື້ອໃນການຮ່ວມມືທີ່ແທດຈິງທີ່ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ, ພິເສດແມ່ນໃນຂົງເຂດຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ປ້ອງກັນ ແລະຕ້ານການກໍ່ການຮ້າຍ, ຮັບປະກັນຄວາມໝັ້ນຄົງທາງໄຊເບີ, ຄວາມໝັ້ນຄົງແບບໃໝ່, ແລກປ່ຽນຂໍ້ມູນຂ່າວສານຍຸດທະສາດ ແລະການບໍາລຸງກໍ່ສ້າງພະນັກງານ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ  ແລະທ່ານ  Sergey Shoigu ເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Sergey Shoigu ໄດ້ຕີລາຄາສູງຕໍ່ບົດບາດ, ທີ່ຕັ້ງ ແລະແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມ ໃນເວທີປາໄສສາກົນ; ເນັ້ນໜັກວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດຍາມໃດກໍ່ອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຄົາລົບນັບຖືເຊິ່ງກັນ ແລະກັນ, ສອດຄ່ອງກັບກົດໝາຍສາກົນ ແລະຜົນປະໂຫຍດຂອງທັງສອງຝ່າຍ; ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສະພາຄວາມໝັ້ນຄົງສະຫະພັນລັດເຊຍ ກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ຂະຫຍາຍການສົນທະນາຍຸດທະສາດລະຫວ່າງບັນດາອົງການຮັບຜິດຊອບ; ຢັ້ງຢືນພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນປະສົບການ ແລະເປີດກວ້າງໂຄງການ, ກົນໄກຮ່ວມມື, ກໍຄື ຜັນຂະຫຍາຍຂໍ້ລິເລີ່ມການຮ່ວມມືໃໝ່ທີ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະເງື່ອນໄຂຂອງແຕ່ລະຝ່າຍ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ  Sergey Shoigu ເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ໃນບັນຍາກາດທີ່ເປີດອົກເປີດໃຈ ແລະໄວ້ເນື້ອເຊື່ອໃຈ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຊຸກຍູ້ຂົງເຂດຮ່ວມມືອື່ນ ແລະເຫັນດີຕ້ອງເພີ່ມທະວີກົນໄກຮ່ວມມືດ້ານເສດຖະກິດ ແລະການຄ້າ, ເປີດກວ້າງການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັສ, ກະສິກຳ, ການປະດິດສ້າງເຄື່ອງຈັກ ແລະເຕັກໂນໂລຊີສູງ; ພ້ອມທັງ, ສົ່ງເສີມການເຊື່ອມຈອດລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະສະມາຄົມເສດຖະກິດຂອງສອງປະເທດ ເພື່ອແນໃສ່ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ; ຊຸກຍູ້ໂຄງການຮ່ວມມືດ້ານວິທະຍາສາດ, ຖ່າຍທອດເຕັກໂນໂລຊີ ແລະຄົ້ນຄວ້າຮ່ວມ; ຖືເປັນສຳຄັນການຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນປັບປຸງພື້ນຖານອັນຍາວນານໃຫ້ແກ່ສາຍພົວພັນຫວຽດນາມ-ລັດເຊຍ.

* ໃນຕອນຄໍ່າວັນດຽວກັນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໋ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sergey Shoigu.

leftcenterrightdel
ທ່ານ ຟ້າມມິງຈິ໋ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sergey Shoigu ເລຂາທິການສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໋ງ ຖືວ່າ ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ຜ່ານຜ່າໄລຍະຕ່າງໆຂອງປະຫວັດສາດ ແລະ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນໍາກັນ. ສະນັ້ນ, ໃນໄລຍະໃໝ່, ສອງຝ່າຍຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອຮັກສາ ແລະພັດທະນາສາຍພົວພັນທີ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ ແລະປະຊາຊົນຂອງສອງປະເທດຫຼາຍລຸ້ນຄົນ. ທ່ານ Sergey Shoigu ຢືນຢັນວ່າ ສະຫະພັນລັດເຊຍ ປາດຖະໜາຢາກພັດທະນາຂົງເຂດຮ່ວມມືທີ່ສອງຝ່າຍໄດ້ມີພື້ນຖານແລ້ວໃຫ້ຫຼາຍກວ່າອີກ, ສືບຕໍ່ເປີດກວ້າງໄປສູ່ຂົງເຂດໃໝ່, ເໝາະສົມກັບເງື່ອນໄຂຂອງສອງຝ່າຍ ເພື່ອຮັບໃຊ້ກິດຈະການພັດທະນາຂອງແຕ່ລະປະເທດ, ກໍຄືປັບປຸງສາຍພົວພັນສອງຝ່າຍໃຫ້ແໜ້ນແຟ້ນຕື່ມອີກ. ສະຫະພັນລັດເຊຍ ຈະມານະພະຍາຍາມພ້ອມກັບກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ເພື່ອຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມ ແລະການພົບປະລະຫວ່າງການນຳຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈິ໋ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Sergey Shoigu ເລຂາທິການສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ທົບທວນຄືນຈຸດພົ້ນເດັ່ນຂອງການຮ່ວມມືສອງຝ່າຍໃນໄລຍະຜ່ານມາ; ພ້ອມກັນຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ-ບໍາລຸງກໍ່ສ້າງ, ພະລັງງານ-ນ້ຳມັນອາຍແກັສ, ການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນວັດທະນະທຳ, ກິລາ, ການທ່ອງທ່ຽວ...; ຢືນຢັນວ່າຍັງມີຄວາມສາມາດບ່ົມຊ້ອນເພື່ອຂຸດຄົ້ນ ແລະສະແດງຄວາມພ້ອມແລ້ວທີ່ຈະຄົ້ນຄວ້າ, ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ເລິກເຊິ່ງກວ່າອີກໃນສະພາບປະຈຸບັນ.

ໂດຍ: ທູຈາງ