ໂດຍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຕ່າງໆ ສືບຕໍ່ປະຕິບັດຕາມບົດສະຫຼຸບ, ຄຳສັ່ງ ແລະໂທລະເລກທາງການຂອງຄະນະເລຂາທິການ, ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງເຂັ້ມງວດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ກ່າວເຕືອນວ່າ ຖ້າທ້ອງຖິ່ນໃດ ບໍ່ກໍາໄດ້ສະຖານະການ, ບໍ່ສາມາດຄຸ້ມຄອງເຮືອຫາປາ, ຕ້ອງຊີ້ແຈ້ງຄວາມຮັບຜິດຊອບຂອງໝູ່ຄະນະ, ບຸກຄົນ ແລະມີຮູບການແກ້ໄຂຢ່າງເຂັ້ມງວດຕາມຂໍ້ກໍານົດຂອງພັກ ແລະກົດໝາຍຂອງລັດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມ ພາຍໃຕ້ການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ສ້າງໂຄງຮ່າງ, ຄໍາແນະນຳ, ສົມທົບກັບບັນດາກະຊວງ, ອົງການ ແລະທ້ອງຖິ່ນຕ່າງໆ ເພື່ອສ້າງແຜນຮ່າງພັດທະນາອາຊີບຫາປາແບບຍືນຍົງ, ລວມທັງການຫາປາ, ການປູກລ້ຽງ ແລະການປຸງແຕ່ງ. ກະຊວງປ້ອງກັນປະເທດ ເປັນປະທານ, ປະສານງານກັບທ້ອງຖິ່ນຕ່າງໆ ເພື່ອສືບຕໍ່ຜັນຂະຫຍາຍປະຕິບັດລະບຽບການປະສານງານລະຫວ່າງຂະແໜງການກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງມີປະສິດທິຜົນ; ດຳເນີນການລາດຕະເວນ, ຄວບຄຸມຢູ່ເຂດທະເລທີ່ມີຊາຍແດນຕິດຈອດກັບມາເລເຊຍ, ອິນໂດເນເຊຍ, ໄທ... ຢ່າງເຂັ້ມງວດ; ຄວບຄຸມເຮືອຫາປາທີ່ເຂົ້າ ແລະອອກທ່າເຮືອ, ແກ້ໄຂເຮືອຫາປາທີ່ບໍ່ມີເງື່ອນໄຂທີ່ພຽງພໍ ເພື່ອເຂົ້າຮ່ວມການເຄື່ອນໄຫວຢ່າງເຂັ້ມງວດ...

ໂດຍ: ຈາງຫງວຽນ