ສະແດງໃຫ້ເຫັນຄໍາໝັ້ນສັນຍາດ້ານການເມືອງສູງສຸດຂອງຫວຽດນາມ ຕໍ່ການຮ່ວມມືອາຊຽນ
ກປ.ອອນໄລ - ວັນທີ 9 ທັນວາ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ ໄດ້ເປັນປະທານກອງປະຊຸມລະຫວ່າງຂະແໜງສະຫຼຸບສະພາບການຮ່ວມມື, ການເຂົ້າຮ່ວມຂອງຫວຽດນາມ ປີ 2025 ແລະທິດທາງປີ 2026.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ປີ 2025 ແມ່ນໂອກາດເພື່ອພ້ອມກັນຫວນຄືນໃນໄລຍະທາງ 3 ທົດສະວັດ ທີ່ຫວຽດນາມ ຮ່ວມເດີນທາງກັບອາຊຽນ ແລະກຳນົດທິດໃນໄລຍະຈະມາເຖິງ. ຈາກບາດກ້າວທຳອິດ, ປະຈຸບັນ ຫວຽດນາມ ເປັນສະມາຊິກທີ່ຂາດບໍ່ໄດ້, ມີການປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງສະມາຄົມ.
ໃນປີ 2025, ຫຼາຍການເຄື່ອນໄຫວຂອງການນຳຂັ້ນສູງຫວຽດນາມ ໃນຂອບເຂດອາຊຽນ ໄດ້ຮັບການຈັດຕັ້ງສຳເລັດຜົນ, ສະແດງໃຫ້ເຫັນຄໍາໝັ້ນສັນຍາດ້ານການເມືອງສູງສຸດຂອງຫວຽດນາມ ຕໍ່ກັບການຮ່ວມມືອາຊຽນ. ແລກປ່ຽນກ່ຽວກັບບັນດາກໍານົດທິດເຂົ້າຮ່ວມການຮ່ວມມືອາຊຽນ ປີ 2026, ບັນດາກະຊວງ, ຂະແໜງການໄດ້ເຫັນດີສືບຕໍ່ເສີມຂະຫຍາຍບົດບາດສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ, ປະກອບສ່ວນຮັກສາຄວາມສາມັກຄີ, ເປັນເອກະພາບ ແລະປັບປຸງສະພາບແວດລ້ອມຍຸດທະສາດທີ່ສະດວກໃຫ້ແກ່ການພັດທະນາ, ມານະພະຍາຍາມແກ້ໄຂບັນດາຈຸດຮ້ອນຢູ່ພາກພື້ນ, ນຳວິໄສທັດປະຊາຄົມອາຊຽນ 2045 ແລະຍຸດທະສາດການຮ່ວມມືໄດ້ຮັບການຜັນຂະຫຍາຍ, ສ້າງກອບນິຕິກໍາໃຫ້ການຮ່ວມມືອາຊຽນ, ຍູ້ແຮງການຮ່ວມມື ແລະການເຊື່ອມຕໍ່ເສດຖະກິດພາກພື້ນ, ເປັນຕົ້ນແມ່ນໃນຂົງເຂດຍຸດທະສາດຂອງອາຊຽນ ແລະຫວຽດນາມ ໃນປະຈຸບັນ, ຄື: ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເຊື່ອມຕໍ່ຕ່ອງໂສ້ການສະໜອງ, ການເຊື່ອມຕໍ່ດ້ານພະລັງງານ, ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ..., ຍົກສູງກໍາລັງຄວາມສາມາດລະບອບລະບຽບການຂອງອາຊຽນ...
ໂດຍ: ເຈິ່ນຮວ່ຽນ