ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຕໍ່ບົດບາດຂອງສະຖາບັນ RANEPA, ເຊິ່ງເປັນສະຖາບັນບໍາລຸງສ້າງແຖວໜ້າຂອງສະຫະພັນລັດເຊຍ ໃນຂົງເຂດການບໍລິຫານລັດ, ວາງແຜນນະໂຍບາຍສາທາລະນະ ແລະກະກຽມໃຫ້ແກ່ຖັນແຖວພະນັກງານການນໍາ, ລັດຖະກອນຂັ້ນສູງ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມກັບລັດເຊຍ, ໃນນັ້ນ ການຮ່ວມມືບໍາລຸງສ້າງພະນັກງານແມ່ນເສົາຄ້ຳສຳຄັນ, ປະກອບສ່ວນຍົກສູງຄຸນນະພາບຊັບພະຍາກອນມະນຸດ ເພື່ອຮັບໃຊ້ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Alexey Komissarov ຫົວໜ້າສະຖາບັນປະທານາທິບໍດີລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຕໍ່ບັນດາໂຄງການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະສະຖາບັນ RANEPA ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າການຢ້ຽມຢາມ ແລະເຮັດວຽກຂອງຄະນະ ຄັ້ງນີ້ຈະປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງສະຖາບັນ ແລະບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກວ່າອີກ, ພ້ອມທັງເປີດອອກຫຼາຍແງ່ຫວັງໃໝ່ໃນການສຶກສາ, ບໍາລຸງສ້າງພະນັກງານ, ຄົ້ນຄວ້າວິທະຍາສາດ ແລະການຮ່ວມມືດ້ານຕ່າງໆ. ຢືນຢັນວ່າພັກ ແລະລັດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອເປີດກວ້າງການຮ່ວມມືລະຫວ່າງບັນດາຮາກຖານບໍາລຸງສ້າງ, ຄົ້ນຄວ້າໃນບັນດາຂົງເຂດເຕັກໂນໂລຢີສູງ, ນະວັດຕະກໍາ, ຫັນເປັນດີຈີຕອນ ແລະບັນດາຂົງເຂດໃໝ່ອື່ນ, ທ່ານ ໂຕເລິມ ສະເໜີສອງສະຖາບັນ ສືບຕໍ່ເສີມຂະຫຍາຍໝາກຜົນບັນລຸໄດ້; ເປີດກວ້າງບັນດາໂຄງການເຊື່ອມຕໍ່ຮ່ວມສໍາພັນບໍາລຸງສ້າງກ່ຽວກັບການບໍລິຫານລັດ, ທິດສະດິການເມືອງ, ປະຕິຮູບການບໍລິຫານ, ບໍລິຫານຍຸດທະສາດ, ຫັນເປັນດີຈີຕອນໃນລະບົບວຽກຫຼວງ ແລະຄວາມສາມາດໃນການນໍາພາຢູ່ຂັ້ນສູງ. ພ້ອມທັງ, ສົ່ງເສີມການເພີ່ມທະວີການແລກປ່ຽນອາຈານ, ນັກຄົ້ນຄວ້າ, ນັກສໍາມະນາກອນ; ຈັດຕັ້ງບັນດາເວທີປາໄສວິທະຍາສາດເພື່ອແບ່ງປັນບົດຮຽນກໍ່ສ້າງລັດແຫ່ງອຳນາດກົດໝາຍ, ການບໍລິຫານທັນສະໄໝ ແລະຄຸ້ມຄອງພັດທະນາແຫ່ງຊາດ.
ສ່ວນທ່ານ Alexey Komissarov ຮູ້ສຶກເປັນກຽດເມື່ອພ້ອມກັບຄະນະການນໍາ ແລະທາງໂຮງຮຽນຕ້ອນຮັບທ່ານເລຂາທິການໃຫຍ່ ມາຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນ ໃນເດືອນພຶດສະພາ ປີ 2025 ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ຢືນຢັນວ່ານີ້ແມ່ນການເອົາໃຈໃສ່ອັນເລິກເຊິ່ງທີ່ທ່ານເລຂາທິການໃຫຍ່ ສະຫງວນໃຫ້ສະຖາບັນ ເວົ້າສະເພາະ ແລະໃຫ້ແກ່ພາລະກິດການສຶກສາ ແລະບໍາລຸງສ້າງເວົ້າລວມ.
ທ່ານ ເນັ້ນໜັກວ່າ ໃນການພົບປະໂອ້ລົມຂອງທ່ານເລຂາທິການໃຫຍ່ ທີ່ສະຖາບັນ ໄດ້ສ້າງຄວາມປະທັບໃຈຢ່າງແຂງແຮງ ແລະສົ່ງແຮງບັນດານໃຈໃຫ້ແກ່ການນຳ, ຖັນແຖວສາດສະດາຈານ, ຄູ່ອາຈານ ແລະນັກສໍາມະນາກອນຂອງສະຖາບັນ. ພ້ອມກັນນັ້ນ, ທ່ານຫົວໜ້າສະຖາບັນ ເນັ້ນໜັກວ່າ ການມອບນາມມະຍົດສາດສາດາຈານກິດຕິມະສັກໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ແມ່ນສັນຍາລັກແຫ່ງອາລົມຈິດ ແລະຄວາມເຄົາລົບນັບຖືເທົ່ານັ້ນ ຫາກຍັງແມ່ນພື້ນຖານສໍາຄັນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ແລະລະຫວ່າງສະຖາບັນ RANEPA ກັບຮາກຖານບໍາລຸງສ້າງຂອງຫວຽດນາມ ອີກດ້ວຍ. ນີ້ກໍ່ແມ່ນກໍາລັງໜູນເພື່ອໃຫ້ສະຖາບັນ RANEPA ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບການບໍາລຸງສ້າງ, ຕອບສະໜອງຕາມຄວາມຮຽກຮ້ອງພັດທະນາໃນສະພາບການໃໝ່.
ສອງຝ່າຍເຫັນດີເປັນເອກະພາບຕີລາຄາສູງວິໄສທັດ, ຄວາມເອົາໃຈໃສ່ຂອງປະທານໂຮ່ຈີມິນ ແລະການນໍາລຸ້ນຕ່າງໆສອງປະເທດ ໃນການຍູ້ແຮງການຮ່ວມມືດ້ານການສຶກສາ; ປຶກສາຫາລື ແລະເຫັນດີເປັນເອກະພາບເປີດກວ້າງການຮ່ວມມືລະຫວ່າງສະຖາບັນ RANEPA ກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະບັນດາຮາກຖານບໍາລຸງສ້າງອື່ນຂອງຫວຽດນາມ ເພື່ອສືບຕໍ່ມູນເຊື້ອຮ່ວມມືອັນດີງາມ, ມີປະສິດທິຜົນລະຫວ່າງສອງປະເທດໃນຂົງເຂດນີ້, ປະກອບສ່ວນປັບປຸງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ.
    |
 |
|
ທ່ານ ຫງວຽນຊວນຖັງ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະທ່ານ Alexey Komissarov ຫົວໜ້າສະຖາບັນປະທານາທິບໍດີລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ຕອນບ່າຍວັນດຽວກັນ, ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ທ່ານ ຫງວຽນຊວນຖັງ, ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນສະຖາບັນ RANEPA ນໍາໂດຍທ່ານ Alexey Komissarov ຫົວໜ້າສະຖາບັນ.
ທີ່ການຕ້ອນຮັບ, ສອງຝ່າຍໄດ້ຫວນຄືນຜົນການຮ່ວມມືທີ່ແທດຈິງໃນໄລຍະຜ່ານມາ. ທ່ານ Alexey Komissarov ໃຫ້ຮູ້ວ່າ ພາຍຫຼັງລົງນາມບົດບັນທຶກຊ່ວຍຈໍາ ໃນເດືອນພຶດສະພາ 2025, ສອງສະຖາບັນ ໄດ້ຜັນຂະຫຍາຍການເຄື່ອນໄຫວລະອຽດ. ໃນປີນີ້, 4 ໂຄງການຮ່ວມມືບໍາລຸງສ້າງໄດ້ປະຕິບັດ. ໃນໄລຍະຈະມາເຖິງ, ທ່ານ Komissarov ສະເໜີສອງຝ່າຍຊຸກຍູ້ການຮ່ວມມືຄົ້ນຄວ້າ, ຜັນຂະຫຍາຍການນໍາໃຊ້ເຕັກໂນໂລຢີເພື່ອຕີລາຄາວິຊາການ ແລະລັດຖະກອນຕໍ່ກັບພະນັກງານ, ພາລະກອນໂດຍ RANEPA ພັດທະນາ. ທ່ານ ຢືນຢັນວ່າ ພ້ອມແລ້ວທີ່ຈະຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍຕີລາຄາຮອບດ້ານກໍາລັງຄວາມສາມາດຂອງພະນັກງານ ອີງໃສ່ຂໍ້ມູນໃຫຍ່, ຊ່ວຍສ້າງການເຂົ້າເຖິງລວມໃນວຽກງານພະນັກງານຂອງສອງປະເທດ.
    |
 |
|
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍຮັບຮູ້ຂໍ້ສະເໜີນີ້, ທ່ານ ຫງວຽນຊວນຖັງ ໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນແນວຄວາມຄິດທີ່ມີຄວາມໝາຍສໍາຄັນໃນສະພາບການຫວຽດນາມ ພວມມີຄວາມຕ້ອງການຕີລາຄາພະນັກງານຕາມທິດຫັນເປັນປະລິມານຢ່າງລະອຽດ.
ກ່ຽວກັບທິດທາງໃນຕໍ່ໜ້າ, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງຂະໜາດການຮ່ວມມືບໍ່ພຽງແຕ່ຢູ່ຮ່າໂນ້ຍ ເທົ່ານັ້ນ ຫາກຍັງຢູ່ສະຖາບັນ ຂຶ້ນກັບຢູ່ນະຄອນໂຮ່ຈີມິນ, ເກິ່ນໂທ, ດ່ານັງ; ເພີ່ມທະວີການເຄື່ອນໄຫວຄົ້ນຄວ້າລວມ, ການພິມຈໍາໜ່າຍ ແລະແລກປ່ຽນຄະນະ ອີກດ້ວຍ...
ໂດຍ: ໄຊນີດາ