ພິທີລົງນາມກົດລະບຽບສົມທົບວຽກງານລະຫວ່າງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ແລະກະຊວງການຕ່າງປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຕໍາຫຼວດ ສົມທົບກັບກະຊວງປ້ອງກັນປະເທດ ແລະກະຊວງການຕ່າງປະເທດ ຈັດຕັ້ງພິທີລົງນາມກົດລະບຽບສົມທົບວຽກງານລະຫວ່າງ 3 ກະຊວງ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມພິທີ.
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ, ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມພິທີ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍຜູ້ແທນເຂົ້າຮ່ວມພິທີ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ພິທີ, ທ່ານ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ເນັ້ນໜັກວ່າ ຜ່ານບັນດາໄລຍະປະຕິວັດ, ພາຍໃຕ້ການນຳພາຂອງພັກ ແລະການຄຸ້ມຄອງຂອງລັດ, ສາຍພົວພັນການຮ່ວມມືລະຫວ່າງຕໍາຫຼວດ - ກອງທັບ - ການທູດ ແບບທໍາມະຊາດ, ມີລັກສະນະ “ຮ່ວມກັນຍຸດທະສາດ” ເພື່ອປະຕິບັດບັນດາເປົ້າໝາຍທີ່ພັກວາງອອກ ຢ່າງມີໄຊ. ສະພາບຕົວຈິງໃນປະຫວັດສາດສະແດງໃຫ້ເຫັນວ່າ ໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດ ຊາດເປັນເອກະພາບ, ຜົນງານອັນຍິ່ງໃຫຍ່ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ ລ້ວນແຕ່ເປັນຂີດໝາຍສາຍພົວພັນການຮ່ວມມືທີ່ແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງ 3 ກໍາລັງພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນໄລຍະປະຕິວັດໃໝ່, ຄວາມຮຽກຮ້ອງຕ້ອງການຍົກສູງການພົວພັນປະສານສົມທົບລະຫວ່າງກະຊວງຕຳຫຼວດ-ກະຊວງປ້ອງກັນປະເທດ-ກະຊວງການຕ່າງ ປະເທດແມ່ນຮີບດ່ວນທີ່ສຸດ, ປະກອບສ່ວນສ້າງກຳລັງໜູນ ແລະ ກຳລັງແຮງໃໝ່ເພື່ອຍູ້ຖອຍສິ່ງທ້າທາຍ, ຫັນສິ່ງທ້າທາຍໃຫ້ກາຍເປັນກາລະໂອກາດ, ລະດົມທຸກແຫຼ່ງກຳລັງພາຍໃນ ແລະຕ່າງປະເທດ ເພື່ອປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, 3 ເປົ້າໝາຍຍຸດທະສາດຂອງພັກ “ສັນຕິພາບ, ສະຖຽນລະພາບ; ພັດທະນາແບບຍືນຍົງ, ຄຸນນະພາບສູງ; ປັບປຸງຊີວິດການເປັນຢູ່ທຸກດ້ານຂອງປະຊາຊົນ” ແລະເປົ້າໝາຍການເຕີບໂຕສອງຕົວເລກ, ນຳປະເທດຊາດກ້າວເຂົ້າສູ່ຍຸກໃໝ່ຢ່າງໝັ້ນຄົງ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເປັນສັກຂີພິຍານພິທີລົງນາມກົດລະບຽບສົມທົບວຽກງານລະຫວ່າງກະຊວງຕໍາຫຼວດ, ກະຊວງປ້ອງກັນປະເທດ ແລະກະຊວງການຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ເພື່ອນໍາການພົວພັນສົມທົບລະຫວ່າງສາມກະຊວງ ຂຶ້ນສູ່ລະດັບສູງໃໝ່, ແໜ້ນແຟ້ນກວ່າ, ໄວ-ເລິກເຊິ່ງ-ເຂັ້ມແຂງ-ມີປະສິດທິຜົນກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ວຽກງານທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້, 3 ກະຊວງ ຈັດຕັ້ງການລົງນາມກົດລະບຽບສົບທົບວຽກງານ. ກົດລະບຽບກວມລວມທຸກຂົງເຂດຮ່ວມມື; ພິເສດແມ່ນສ້າງກົນໄກແລກປ່ຽນວຽກງານຂັ້ນລັດຖະມົນຕີປະຈຳປີ, ຮັບປະກັນນໍາການພົວພັນສົມທົບລະຫວ່າງ 3 ກະຊວງ ບັນລຸໄດ້ເປົ້າໝາຍສູງສຸດທີ່ດ້ວາງໄວ້.
ໂດຍ: ທູຈາງ