leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີ. ພາບ: vov.vn

ທີ່ພິທີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມອບລາງວັນຫຼັກຂອງ VinFuture 2025 ມີມູນຄ່າ 3 ລ້ານ ໂດລາສະຫະລັດ ໃຫ້ແກ່ທ່ານປະລິນຍາເອກ Douglas R. Lowy, ທ່ານປະລິນຍາເອກ John T.Schiller, ທ່ານປະລິນຍາເອກ Aimée R. Kreimer ແລະທ່ານສາດສະດາຈານ Maura L. Gillison (ອາເມລິກາ). ລາງວັນພິເສດສຳລັບນັກວິທະຍາສາດມາຈາກບັນດາປະເທດພວມພັດທະນາໄດ້ມອບໃຫ້ທ່ານສາດສະດາຈານ María Esperanza Martínez-Romero ມາຈາກ ເມັກຊີໂກ. ລາງວັນພິເສດສຳລັບນັກວິທະຍາສາດຍິງ ໄດ້ມອບໃຫ້ ທ່ານນາງ Mary- Claire King ມາຈາກ ອາເມລິກາ. ນອກນັ້ນ, ລາງວັນພິເສດສຳລັບນັກວິທະຍາສາດຄົ້ນຄວ້າໃນຂົງເຂດໃໝ່ໄດ້ມອບໃຫ້ນັກວິທະຍາສາດ 5 ທ່ານ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:

“ຫວຽດນາມ ປາດຖະໜາຢາກພ້ອມກັບປະຊາຄົມນັກວິທະຍາສາດໂລກ ຍູ້ແຮງການຮ່ວມມືໃນຂົງເຂດຄົ້ນຄວ້າບັນດາບັນຫາລວມຂອງມວນມະນຸດ, ຊຸກຍູ້ການແລກຽນຮຽນຮູ້, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ຜັນຂະຫຍາຍບັນດາຮູບແບບພັດທະນາສີຂຽວ, ການພັດທະນາກວມລວມ. ຫວຽດນາມ ຈະສືບຕໍ່ແມ່ນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈ, ດຶງດູດໃຈຂອງບັນດານັກວິທະຍາສາດເພື່ອໃຫ້ບັນດາຄຸນຄ່າປະດິດຄິດສ້າງໄດ້ແບ່ງປັນ ແລະແຜ່ຂະຫຍາຍຢ່າງແຮງເຖິງປະຊາຄົມສາກົນ”.

ແຫຼ່ງຄັດຈາກ: vovworld.vn