ທ່ານລັດຖະມົນຕີ Koizumi Shinjiro ໄດ້ຕີລາຄາສູງຕໍ່ບົດບາດຂອງຫວຽດນາມ ໃນການຊຸກຍູ້ສັນຕິພາບ ແລະການຮ່ວມມືໃນພາກພື້ນ ແລະສາກົນ; ມີຄວາມປິຕິຊົມຊື່ນຕໍ່ກັບການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດຂອງສອງປະເທດ; ພ້ອມທັງ ແບ່ງປັນກັບ ຫວຽດນາມ ກ່ຽວກັບຄວາມເສຍຫາຍຈາກພາຍຸ ແລະເຊື່ອໝັ້ນວ່າຫວຽດນາມ ຈະຜ່ານຜ່າຜົນສະທ້ອນດັ່ງກ່າວໄດ້ໂດຍໄວ.

leftcenterrightdel
ທ່ານ Koizumi Shinjiro ລັດຖະມົນຕີ ກະຊວງປ້ອງກັນປະເທດຍີ່ປຸ່ນ  ແລະທ່ານພົນໂທ ຮວ່າງຊວນຈຽນ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະໃຫ້ຮູ້ວ່່າ ການເຈລະຈາ 2+2 ຄັ້ງທຳອິດໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດເຂົ້າສູ່ລວງເລິກ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຍີ່ປຸ່ນ. ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຊຸກຍູ້ການຮ່ວມມືບໍາລຸງສ້າງ, ຄວາມໝັ້ນຄົງທາງໄຊເບີ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມໝັ້ນຄົງທາງທະເລ... ຕີລາຄາສູງການໜູນຊ່ວຍຂອງຍີ່ປຸ່ນ ໃນການຍົກສູງຄວາມສາມາດໃນການມ້າງ, ທຳລາຍລູກລະເບີດໃຕ້ນໍ້າ, ແພດສາດໃຕ້ນໍ້າ, ກູ້ຊີບທາງອາກາດ, ທ່ານພົນໂທ ຮວ່າງຊວນຈຽນ ສະເໜີສືບຕໍ່ສົມທົບກັບບັນດາອົງການຍີ່ປຸ່ນ ຜັນຂະຫຍາຍບັນດາໂຄງການມະນຸດສະທໍາຢ່າງມີປະສິດທິຜົນ, ໃນນັ້ນມີມ້າງ, ທຳລາຍລູກລະເບີດ ແລະການກຳຈັດສານພິດດີໂອຊິນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ.​ ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈຽນ ໄດ້ແຈ້ງໃຫ້ຊາບວ່າ ໃນປີ 2026, ກະຊວງປ້ອງກັນປະເທດຫວຽດນາມ ຈະຈັດງານວາງສະແດງປ້ອງກັນຊາດ ສາກົນ ຄັ້ງທີ 3, ຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ເຂົ້າຮ່ວມ; ພ້ອມທັງ, ທ່ານໄດ້ສົ່ງຄໍາເຊື້ອເຊີນທ່ານລັດຖະມົນຕີ Koizumi Shinjiro ມາຫວຽດນາມ ຂອງທ່ານພົນເອກ ຟານວັນຢາງ.

ທ່ານລັດຖະມົນຕີ Koizumi Shinjiro ໄດ້ຢືນຢັນການສະໜັບສະໜູນຂອງຕົນໃນການເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີທ່າແຂງ, ໃນນັ້ນມີອຸດສາຫະກຳປ້ອງກັນຊາດ; ສະແດງຄວາມປາດຖະໜາຢາກຢ້ຽມຢາມ ຫວຽດນາມ ໃນໄລຍະທີ່ເໝາະສົມ.

leftcenterrightdel
ທ່ານ Koizumi Shinjiro ລັດຖະມົນຕີ ກະຊວງປ້ອງກັນປະເທດຍີ່ປຸ່ນ  ແລະທ່ານພົນໂທ ຮວ່າງຊວນຈຽນ ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ແລະບົດບັນທຶກຄວາມຊ່ວຍຈໍາ ວ່າດ້ວຍການຄົ້ນຫາ ແລະກູ້ໄພ, ກູ້ຊີບ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນທ່ີພິທີລົງນາມ. ພາບ: qdnd.vn

ກ່ອນໜ້ານັ້ນ, ທ່ານພົນໂທ ຮວ່າງຊວນຈຽນ ແລະທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ແລະບົດບັນທຶກຄວາມຊ່ວຍຈໍາວ່າດ້ວຍການຄົ້ນຫາ ແລະກູ້ໄພ, ກູ້ຊີບ, ເປີດອອກຄວາມເລິກໃໝ່ໃນການຮ່ວມມືດ້ານປ້ອງກັນຊາດສອງປະເທດ.

ໂດຍ: ໄຊນີດາ