leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທີ່ການເຮັດວຽກ, ທ່ານພົນຈັດຕະວາ ດວ່ານຊວນໂບ້, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ນຳສະເໜີຈຸດພົ້ນເດັ່ນກ່ຽວກັບປະຫວັດສາດແຫ່ງການກໍາເນີດຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ດ້ວຍມູນເຊື້ອ 75 ກວ່າປີແຫ່ງການສ້າງຕັ້ງ, ກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ຕິດພັນກັບພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄື ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ຕິດພັນກັບວິວັດການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ, ດ້ວຍພື້ນຖານສື່ມວນຊົນປະຕິວັດຫວຽດນາມ.

ທ່ານພົນຈັດຕະວາ ດວ່ານຊວນໂບ້ ໃຫ້ຮູ້ວ່າ, ໃນສະພາບສັງຄົມ ແລະເຕັກໂນໂລຢີມີການຫັນປ່ຽນຢ່າງວ່ອງໄວ, ໜັງສືພິມກອງທັບປະຊາຊົນ ພວມຍູ້ແຮງການປ່ຽນແປງໃໝ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

leftcenterrightdel
ບັນດາຜູ້ແທນຂອງສອງຝ່າຍເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn

ສ່ວນທ່ານປະທານສໍານັກຂ່າວສານອາເມລິກາລາຕິນ Prensa Latina Jorge Legañoa Alonso ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ມີໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ສໍານັກງານໜັງສືພິມກອງທັບປະຊາຊົນ; ສະແດງຄວາມຕື້ນຕັນໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ, ເຕັມໄປດ້ວຍນ້ຳໃຈຖານອ້າຍນ້ອງທີ່ສະໜິດຕິດພັນລະຫວ່າງຫວຽດນາມ ກັບກູບາ, ຜ່ານນັ້ນສະແດງໃຫ້ເຫັນຄວາມເຄົາລົບນັບຖື ເຊິ່ງບັນດາສະຫາຍໜັງສືພິມກອງທັບປະຊາຊົນ ທີ່ມີຕໍ່ກັບນັກຂ່າວກູບາ. ພ້ອມກັນນັ້ນຕີລາຄາສູງການພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ; ປາດຖະໜາວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການໂຄສະນາກວ່າອີກ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດ, ສອງກອງທັບ, ສອງອົງການສື່ມວນຊົນ. ສະຫາຍ Jorge Legañoa Alonso ເນັ້ນໜັກວ່າ, ຖ້າວ່າການນໍາຂັ້ນເທິງເຫັນດີໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ອອກສະບັບພາສາແອັດສະປາຍ, ສຳນັກຂ່າວສານອາເມລິກາລາຕິນ Prensa Latina ຂອງກູບາ ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານໄປໜູນຊ່ວຍກວດແກ້ດ້ານພາສາ, ປະກອບສ່ວນຊ່ວຍໃຫ້ໜັງສືພິມ ຍົກສູງຄຸນນະພາບການໂຄສະນາເຜີຍແຜ່.

ໂດຍ: ທູຈາງ