leftcenterrightdel
ທ່ານ ຟ້າມເທ໊ຕຸງ ຮອງລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດສະຫະພັນລັດເຊຍ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ນໍາໂດຍທ່ານ ຟ້າມເທ໊ຕຸງ ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ເຂົ້າຮ່ວມກອງປະຊຸມຕ້ານການກໍ່ການຮ້າຍຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ປີ 2025 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ ແຕ່ວັນທີ 3-4 ທັນວາ 2025.

ກອງປະຊຸມມີຫົວຂໍ້ວ່າ “ຍຸດທະສາດແຫ່ງຊາດ ແລະພາກພື້ນກ່ຽວກັບການຕໍ່ສູ້ຕ້ານລັດທິການກໍ່ການຮ້າຍໃນເງື່ອນໄຂເກີດບັນດາສິ່ງທ້າທາຍ ແລະໄພນາບຂູ່ໃໝ່ຂຶ້ນຕື່ມອີກ”. ນີ້ແມ່ນຂໍ້ລິເລີ່ມໂດຍສະຫະພັນລັດເຊຍ ເປັນເຈົ້າພາບຈັດຂຶ້ນຄັ້ງທຳອິດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 23 ປະເທດສະມາຊິກ ແລະຄູ່ຮ່ວມມືຂອງ BRICS, ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ຟ້າມເທ໊ຕຸ່ງ ຢັ້ງຢືນວ່າ ຫວຽດນາມ ປະຕິບັດທັດສະນະຢຶດໝັ້ນການກ່າວປະນາມ ແລະຕ້ານທຸກການກະທຳການກໍ່ການຮ້າຍຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນບັນດາມາດຕະການເພື່ອລົບລ້າງການກໍ່ການຮ້າຍອອກຈາກຊີວິດຂອງມວນມະນຸດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ