ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະພະນັກງານຂັ້ນສູງພັກປະຊາຊົນປະຕິວັດລາວ
ກປ.ອອນໄລ - ວັນທີ 3 ທັນວາ, ຢູ່ສໍານັກງານສູນກາງພັກ, ສະຫາຍ ເຈິ່ນເກິ໋ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານຂັ້ນສູງພັກປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ປະເດີມພອນ ສົນທະນີ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງສາລະວັນ ມາຄົ້ນຄວ້າ, ແລກປ່ຽນຫົວເລື່ອງສະເພາະຢູ່ ຫວຽດນາມ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ສະຫາຍ ເຈິ່ນເກິ໋ມຕູ໊ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລາວ ຢ່າງແຂງແຮງ ໃນກິດຈະການປ່ຽນແປງໃໝ່ ແລະພັດທະນາປະເທດຊາດ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ສະຫງວນໃຫ້ບຸລິມະສິດສູງສຸດເພື່ອໜູນຊ່ວຍລາວ ຜັນຂະຫຍາຍບັນດາບັນຫາຍຸດທະສາດໃນອາຍຸການໃໝ່. ພ້ອມທັງເນັ້ນໜັກວ່າ ເລື່ອງສອງພັກ ຮັກສາການຈັດຕັ້ງການແລກປ່ຽນຢູ່ທຸກຂັ້ນເປັນປະຈໍາ ກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງດ້ວຍຫຼາຍຫົວເລື່ອງທີ່ອຸດົມສົມບູນ, ແທດຈິງມີຄວາມໝາຍສໍາຄັນພິເສດ. ນີ້ບໍ່ພຽງແຕ່ແມ່ນຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ສາຍພົວພັນສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ ເທົ່ານັ້ນ, ຫາກຍັງແມ່ນເວເພື່ອພ້ອມກັນຄົ້ນຄວ້າ, ແບ່ງປັນບັນດາຜົນງານທາງດ້ານທິດສະດີ ແລະບົດຮຽນພຶດຕິກຳຕົວຈິງໃນການກໍ່ສ້າງລະບົບການເມືອງໃຫ້ກະທັດຮັດ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃໝ່ຂອງແຕ່ລະປະເທດ.
ຕາງໜ້າຄະນະ, ສະຫາຍ ປະເດີມພອນ ສົນທະນີ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນແບບພິເສດ ລາວ-ຫວຽດນາມ ນັບມື້ນັບພັດທະນາໃນທຸກຂົງເຂດ, ນໍາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນແຕ່ລະປະເທດ. ໃນຖານະຕຳແໜ່ງຂອງຕົນ, ສະຫາຍ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ສືບທອດສາຍພົວພັນສາມັກຄີແບບພິເສດນີ້ໃຫ້ຄົນລຸ້ນຫຼັງ.
ໂດຍ: ໄຊຍະເວດ ແກ້ວມະນີ