ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນກັບທ່ານ ທອງລຸນ ສີສຸລິດ ກ່ຽວກັບໝາກຜົນອັນພົ້ນເດັ່ນຂອງກອງປະຊຸມ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ແລະຜົນກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ 2025, ໂດຍສຸມໃສ່ຜັນຂະຫຍາຍໝາກຜົນການຢ້ຽມຢາມຂັ້ນສູງ, ຂໍ້ຕົກລົງຂັ້ນສູງ ແລະບັນດາບຸລິມະສິດໃນໄລຍະ 5 ປີຜ່ານມາ. ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ, ບົນຈິດໃຈຊາບຊຶມການຊີ້ນໍາຂອງກອງປະຊຸມພົບປະຂັ້ນສູງລະຫວ່າງສອງພັກທີ່ດໍາເນີນກ່ອນໜ້ານັ້ນໜຶ່ງວັນ, ສອງລັດຖະບານ ຈະຕັ້ງໜ້າຫັນແຜນການກະທໍາເປັນລະອຽດ, ສົມທົບຢ່າງຮີບດ່ວນເພື່ອວາງອອກມາດຕະການຊຸກຍູ້ການພົວພັນຮ່ວມມືຢ່າງແຂງແຮງ ເພື່ອເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງສອງພັກ, ສອງລັດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາມາດຕະການຈະໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ມີຂັ້ນຕອນທີ່ເປັນໄປໄດ້; ພ້ອມກັນກໍ່ສ້າງສອງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງແຕ່ມີລັກສະນະຮ່ວມສໍາພັນ ແລະເຊື່ອມໂຍງເຂົ້າກັບສາກົນ; ສືບຕໍ່ເສີມຂະຫຍາຍກຳລັງໜູນການພົວພັນທີ່ໄດ້ກຳນົດໄວ້ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນສະພາບການໃໝ່ ແລະຄວາມຮຽກຮ້ອງຕ້ອງການໃໝ່; ພ້ອມທັງເພີ່ມເຕີມເນື້ອໃນໃໝ່ແມ່ນ “ຄວາມຜູກພັນຍຸດທະສາດ” ໃນທຸກດ້ານ, ພິເສດຖືເອົາເສດຖະກິດເປັນກຳລັງໜູນ, ຖືຈິດໃຈຂອງປະຊາຊົນເປັນພື້ນຖານ. ສອງປະເທດຍັງຕ້ອງການຮ່ວມມືໃນການສ້າງສູນຂໍ້ມູນ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ; ກໍ່ສ້າງຮາກຖານການສຶກສາຂອງຫວຽດນາມ ຢູ່ລາວ ແລະໂຮງຮຽນສອນວິຊາຊີບ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍລາວ ສືບຕໍ່ສ້າງເງື່ອນໄຂສະດວກແກ່ບັນດາວິສາຫະກິດຫວຽດນາມ ມາລົງທຶນ ແລະດຳເນີນທຸລະກິດຢູ່ລາວ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຜົນກອງປະຊຸມ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ, ຖືວ່າ ກອງປະຊຸມໄດ້ດໍາເນີນສຳເລັດຜົນ, ແທດຈິງ ແລະມີປະສິດທິຜົນ, ດ້ວຍການວາງອອກມາດຕະການແກ້ໄຂ ແລະຂັ້ນຕອນລະອຽດ; ຮັບຮູ້ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງຝ່າຍໃນໄລຍະຜ່ານມາ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມເຊື່ອໝັ້ນວ່າ ຜົນຂອງກອງປະຊຸມຄັ້ງນີ້ຈະສ້າງພະລັງແຮງໃໝ່ໃຫ້ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ຜົນງານສຳຄັນທີ່ສອງຝ່າຍບັນລຸໄດ້ບໍ່ພຽງແຕ່ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເທົ່ານັ້ນ ຫາກຍັງຢັ້ງຢືນຄວາມຖືກຕ້ອງຂອງແຜນນະໂຍບາຍທີ່ເພີ່ມເຕີມເນື້ອໃນຂອງການພົວພັນ, ປັບປຸງ ແລະເຮັດໃຫ້ການພົວພັນສອງຝ່າຍຕາມທິດ “ຄວາມຜູກພັນຍຸດທະສາດ” ໂດຍການນໍາຂັ້ນສູງສອງພັກ ໄດ້ເຫັນດີເປັນເອກະສັນ.

* ວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ເປັນປະທານຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ດ້ວຍຫົວຂໍ້ “ການຮ່ວມມືຍຸດທະສາດ: ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍທັດສະນະ “ລັດສ້າງສັນ, ວິສາຫະກິດນໍາໜ້າ, ພາກລັດ-ເອກະຊົນຮ່ວມເດີນທາງ, ລາວ-ຫວຽດນາມ ພັດທະນາ, ປະຊາຊົນມີຄວາມຜາສຸກ”, “ແຫຼ່ງກໍາລັງເລີ່ມຈາກຈິນຕະນາການ ແລະວິໄສທັດ, ກໍາລັງໜູນເລີ່ມຈາກນະວັດຕະກໍາ ແລະປະດິດຄິດສ້າງ, ກໍາລັງແຮງເລີ່ມຈາກປະຊາຊົນ ແລະວິສາຫະກິດ”; ທ່ານ ຟ້າມມິງຈິ໊ງ ຖືວ່າ, ບັນດາອົງການຂອງລັດ ຕ້ອງເສີມຂະຫຍາຍບົດບາດສ້າງສັນ ແລະຍູ້ແຮງ 3 ບຸກທະລຸຍຸດທະສາດ ລວມມີ ລະບອບລະບຽບການເປີດເຜີຍ, ພື້ນຖານໂຄງລ່າງທະລຸລ່ວງ, ການປົກຄອງສະຫຼາດ; ປາດຖະໜາວ່າ ບັນດາວິສາຫະກິດສອງປະເທດ “ຖືເປັນສໍາຄັນສະຕິປັນຍາ, ປະຢັດເວລາ, ຄວາມເດັດຂາດຢ່າງທັນການ, ມີປະສິດທິຜົນ, ທັນເວລາ” ເພື່ອເປີດກວ້າງການຮ່ວມມື ແລະການລົງທຶນ ຢູ່ແຕ່ລະປະເທດ.

leftcenterrightdel
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ນາຍົກລັດຖະມົນຕີສອງປະເທດ ເນັ້ນໜັກວ່າ, ແຕ່ລະໂຄງການ, ກິດຈະກໍາລົງທຶນຂອງວິສາຫະກິດສອງປະເທດບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເປັນສັກຂີພິຍານການແລກປ່ຽນເອກະສານຮ່ວມມືລະຫວ່າງວິສາຫະກິດສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ ໄດ້ສຸມໃສ່ປຶກສາຫາລືມາດຕະການແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ; ຊັບພະຍາກອນມະນຸດ ແລະພື້ນຖານໂຄງລ່າງ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

* ທີ່ກອງປະຊຸມ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງນາຍົກລັດຖະມົນຕີສອງປະເທດ, ບັນດາວິສາຫະກິດສອງປະເທດ ໄດ້ລົງນາມ ແລະແລກປ່ຽນເອກະສານຮ່ວມມືຈໍານວນ 9 ສະບັບໃນທຸກຂົງເຂດ.

* ຕອນຄ່ຳວັນທີ 3 ທັນວາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ອອກຈາກນະຄອນຫຼວງວຽງຈັນ ກັບຄືນປະເທດ, ສິ້ນສຸດການປະຕິບັດງານຢ່າງຈົບງາມ.

ໂດຍ: ທູຈາງ